• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ “ບໍ່ວ່າຢູ່ແຫ່ງໃດ ແລະ ເວລາໃດ”

      ວັນທີ 14 ພະຈິກ, ກະຊວງການຕ່າງປະເທດສປປ.ເກົາຫຼີ ຮຽກຮ້ອງໃຫ້ມີການເຈລະຈາໂດຍກົງກັບອາເມລິກາ ບໍ່ວ່າຢູ່ແຫ່ງໃດ ແລະ ເວລາໃດ”, ເພື່ອຕອບຄືນຂໍ້ສະເໜີໃໝ່ຂອງວໍຊິງຕັນ ກ່ຽວກັບການເຈລະຈານິວເຄຼຍໃນເດືອນທັນວາ ຈະມາເຖິງ.

ທ່ານ Kim Myong gil, ເອກອັກຄະລັດຖະທູດເຄື່ອນທີ່, ທັງເປັນທູດພິເສດດ້ານນິວເຄຼຍແຖວໜ້າຂອງສປປ.ເກົາຫຼີ
(ພາບ: AFP/TTXVN)
      ໃນຖະແຫຼງການເຊິ່ງສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ເອົາລົງໃນອິນເຕີແນັດໂດຍໃຫ້ຮູ້ວ່າ, ທ່ານ Kim Myong gil, ເອກອັກຄະລັດຖະທູດເຄື່ອນທີ່, ທັງເປັນທູດພິເສດດ້ານນິວເຄຼຍແຖວໜ້າຂອງສປປ.ເກົາຫຼີ ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດອາເມລິກາ ໄດ້ສົ່ງສານເຖິງພຽງຢາງ, ໃນນັ້ນສະເໜີໃຫ້ເຈົ້າໜ້າທີ່ຂອງ 2 ຝ່າຍຈະມີການພົບປະກັນໃນເດືອນທັນວາ ຈະມາເຖິງ ຜ່ານປະເທດທີ 3. ພ້ອມກັນນັ້ນ, ເຈົ້າໜ້າທີ່ສປປ.ເກົາຫຼີ ກໍ່ກ່າວເຕືອນວ່າ ຖ້າຫາກອາເມລິກາ ບໍ່ຍົກອອກມາດຕະການແກ້ໄຂໂດຍພື້ນຖານ ເພື່ອຢຸດຕິບັນດານະໂຍບາຍເປັນປໍລະປັກກັບພຽງຢາງ ນັ້ນ, ບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ ຈະບໍ່ສາມາດແກ້ໄຂໄດ້.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top