• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປຊ ຊົມເຊີຍ ຫວຽດນາມ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຈຸດສຸມຈໍານວນໜຶ່ງຂອງຫວຽດນາມໃນປີດໍາລົງຕໍາແໜ່ງຄວບຄູ່: ເປັນປະທານ ອາຊຽນ ແລະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ.

ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
      ໃນການເຈລະຈາທາງອອນລາຍ ທີ່ຖືກຈັດຂຶ້ນໃນຕອນເຊົ້າວັນທີ10 ກໍລະກົດ ລະຫວ່າງທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກັບທ່ານ Atul Khare ຮອງເລຂາທິການໃຫຍ່ ສປຊ, ທ່ານ Atul Khare ໄດ້ຊົມເຊີຍຄວາມມານະພະຍາຍາມ ແລະ ໝາກຜົນຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ໃນນັ້ນ ມີກໍາລັງຮັກສາສັນຕິພາບ ເຊິ່ງພວມຜັນຂະຫຍາຍຢູ່ ຊູດັງໃຕ້ ແລະ ອາຟະລິກາກາງ. ສອງຝ່າຍກໍໄດ້ແລກປ່ຽນ ແລະ ສະເໜີຫຼາຍແຜນການຮ່ວມມືລະອຽດໃນໄລຍະຈະມາເຖິງ. ກ່າວຄໍາເຫັນທີ່ການເຈລະຈາ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ການເຄື່ອນໄຫວສໍາຄັນຈໍານວນໜຶ່ງຂອງຫວຽດນາມ ໃນຂົງເຂດປ້ອງກັນຊາດ ໃນປີເປັນປະທານ ອາຊຽນ. ທ່ານຢັ້ງຢືນວ່າ: ກະຊວງປ້ອງກັນປະເທດຫວຽດນາມ ຈະສືບຕໍ່ປະຕິບັດບັນດາໂຄງການດໍາເນີນງານຈຸດສຸມທີ່ຍັງເຫຼືອໃນປີ 2020. ທ່ານກ່າວວ່າ:
        ການເຄື່ອນໄຫວທີ່ໜ້າສົນໃຈໃນໄລຍະຈະມາເຖິງແມ່ນ ຈັດຕັ້ງກອງປະຊຸມ “ແມ່ຍິງ ກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ” ເຊິ່ງຈະຈັດຕັ້ງໃນທ້າຍປີ 2020 ຫຼື ໃນປີ 2021. ຄາດວ່າ, ຫວຽດນາມ ຈະສ້າງຕັ້ງສູນຮັກສາສັນຕິພາບ ພາກພື້ນ ອາຊີປາຊີຟິກ ດ້ວຍບັນດາຂົງເຂດຄື ຝຶກແອບ, ແບ່ງປັນບົດຮຽນ, ປະສົບການ, ຍົກສູງກໍາລັງຄວາມສາມາດໃຫ້ແກ່ກໍາລັງຮັກສາສັນຕິພາບຂອງພາກພື້ນ. ຫວຽດນາມ ມີຄວາມປາດຖະໜາວ່າ ສປຊ ຈະສົມທົບເພື່ອສ້າງຕັ້ງສູນດັ່ງກ່າວຕາມຮູບແບບທີ່ເໝາະສົມ”.
        ນະທີ່ນີ້, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຈຸດສຸມຈໍານວນໜຶ່ງຂອງຫວຽດນາມໃນປີດໍາລົງຕໍາແໜ່ງຄວບຄູ່: ເປັນປະທານ ອາຊຽນ ແລະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ. ທ່ານຮອງເລຂາທິການໃຫຍ່ ສປຊ Atul Khare ກໍສະແດງການສະໜັບສະໜູນຕໍ່ບາງເນື້ອໃນ, ຂໍ້ລິເລີ່ມ, ແຜນການຈັດຕັ້ງບັນດາກິດຈະກໍາເຄື່ອນໄຫວຂອງຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top