• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງຄວນປະຕິບັດຢ່າງແຮງແລະຂ້ຽວຂາດກວ່າ

      ໄລຍະຜ່ານມາ ປະຊາຊົນໃນທົ່ວປະເທດໄດ້ສະແດງຄວາມເຊື່ອໝັ້ນຕໍ່ໝາກຜົນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫລວງຂອງພັກ ແລະ ລັດຫວຽດນາມ. 
      ພິເສດ ໃນບາງຄະດີໃຫຍ່ມີລັກສະນະຮ້າຍແຮງ ດ້ວຍຂອບຂະຫນາໃຫຍ່ ແລະ ສັບສົນ ໄດ້ຮັບຄວາມສົນໃຈຈາກຫາງສຽງ ແລະ ໄດ້ນຳມາພິພາກສາ. ທ່ານ ບູ່ຍດຶກຊາງ ຢູ່ ເມືອງ ເຕີນຟູ ນະຄອນ ໂຮ່ຈິມີນ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ພັກ, ລັດ ປະຕິບັດວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ຂ້ຽວຂາດກວ່າ
        ຂ້າພະເຈົ້າຊົມເຊີຍການຊີ້ນຳນຳພາຂອງພັກ, ລັດ ໃນໄລຍະຜ່ານມາ ແມ່ນມີຄວາມຜັນປ່ຽນ, ປະຕິບັດວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງເປັນຢ່າງດີ. ຂ້າພະເຈົ້າກໍ່ຊົມເຊີຍເລື່ອງນຳບັນດາຄະດີສໍ້ລາດບັງຫລວງ ມາພິພາກສາໃນໄລຍະຜ່ານມາ ແລະ ປາດຖະຫນາວ່າ ວຽກງານນີ້ຈະສືບຕໍ່ຮັກສາເປັນປະຈຳ, ບໍ່ມີຂອບເຂດເກືອບຫ້າມ. ເລື່ອງແຈ້ງຊັບສົມບັດຈາກສູນກາງລົງຮອດທ້ອງຖິ່ນ ຕ້ອງມີຄວາມເປີດເຜີຍ ຈະແຈ້ງຈຶ່ງບັນລຸປະສິດທິຜົນໄດ້.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top