• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາເພີ່ມຂຶ້ນຢ່າງແຮງ

      ກ້າວເຂົ້າສູ່ປີ 2019, ວົງເງິນສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ອາເມລິກາ ບັນລຸໄດ້ບາດກ້າວເຕີບໂຕຢ່າງແຮງ, ສະເພາະແຕ່ ເດືອນ ມັງກອນ ບັນລຸໄດ້ຫຼາຍກ່ວາ 5,150 ຕື້ USD

ພາບປະກອບ (TTXVN)
      ຕາມສະຖິຕິຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຮູ້ວ່າ ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ເພີ່ມຂຶ້ນເກືອບ 120 ເທື່ອ, ຈາກລະດັບ450 ລ້ານUSD  ໃນປີ 1994 ຂຶ້ນເຖິງ 60 ຕື້ USD  ໃນປີ 2018.
            ຕາມການໄຈ້ແຍກຂອງ VCCI, ກ້າວເຂົ້າສູ່ປີ 2019, ວົງເງິນສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ອາເມລິກາ ບັນລຸໄດ້ບາດກ້າວເຕີບໂຕຢ່າງແຮງ, ສະເພາະແຕ່ ເດືອນ ມັງກອນ ບັນລຸໄດ້ຫຼາຍກ່ວາ 5,150 ຕື້ USD. ດ້ວຍຕົວເລກດັ່ງກ່າວ, ລະດັບການເຕີບໂຕໃນການສົ່ງອອກສິນຄ້າຫວຽດນາມ ໄປຍັງ ອາເມລິກາ ແມ່ນສູງທົບ 4,7 ເທື່ອເມື່ອທຽບໃສ່ລະດັບ ສະເລ່ຍຂອງຕະຫຼາດຕ່າງໆທັງໝົດ.
            ຕາງໜ້າສະຫະສະມາຄົມການຄ້າ ອາເມລິກາ ຢູ່ ຫວຽດນາມ (Amcham) ໃຫ້ຮູ້ວ່າ ບັນດາການປ່ຽນແປງໃນນະໂຍບາຍການຄ້າໃໝ່ຂອງ ອາເມລິກາ ຈະມີຜົນສະທ້ອນຫຼາຍຢ່າງຕໍ່ການສົ່ງອອກສິນຄ້າຫຼາຍປະເພດທີ່ເປັນປາຍແຫຼມຂອງ ຫວຽດນາມ ໃນໄລຍະໃໝ່. ເພື່ອໃຫ້ການສົ່ງອອກສິນຄ້າຂອງຫວຽດນາມ ມີຄວາມສະດວກ ແລະ ບໍ່ມີຄວາມສ່ຽງ, ບັນດາວິສາຫະກິດ ຫວຽດນາມ ຄວນຮ່ວມມືກັບບັນດາບໍລິສັດການບໍລິການ, ຄູ່ຮ່ວມມືຂອງອາເມລິກາ ຢູ່ ຫວຽດນາມ ເພື່ອກຳໄດ້ບັນດາຂໍ້ກຳນົດ, ກົດໝາຍເຊິ່ງຝ່າຍ ອາເມລິກາ ວາງອອກ. ພ້ອມກັນນັ້ນ, ສິນຄ້າຍາມໃດກໍ່ຕ້ອງຮັບປະກັນການກຳນົດຄວາມປອດໄພສຸຂະອະນາໄມຂອງອາຫານຂອງປະເທດນີ້
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top