• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫາ​ກິດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ນຳ​ໜ້າ​ໃນ​ບັນ​ດາ​ຂະ​ແໜງ​ຜະ​ລິດ​ສີ​ຂຽວ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນຳປະຕິບັດ ບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຢ່າງຄົບຊຸດຢ່າງມີປະສິດທິຜົນໃນທຸກຂົງເຂດ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ເວທີປາໄສ

ການແຂ່ງຂັນສີຂຽວທົ່ວໂລກ: ຈາກຍຸດທະສາດຕະຫຼອດຮອດການປະຕິບັດດຳເນີນທຸລະກິດແບບຍືນຍົງ ແມ່ນ ຫົວຂໍ້ຂອງເວທີປາໄສວິສາຫະກິດພັດທະນາແບບຍືນຍົງ ຫວຽດນາມ (VCSF) 2023 ທີ່ໄດ້ດຳເນີນໃນວັນທີ 23 ສິງຫາຢູ່ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 10 ຢ່າງຕໍ່ເນື່ອງ ທີ່ສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ.

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະຂອງເວທີປາໄສ,ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ການພັດທະນາແບບຍືນຍົງຕ້ອງຕິດພັນກັບການພັດທະນາກວມລວມໃນ 3 ເສົາຄ້ຳ: ພັດທະນາເສດຖະກິດແບບຍືນຍົງ, ພັດທະນາສັງຄົມ, ວັດທະນະທຳ ແລະ ມະນຸດແບບຍືນຍົງ ແລະ ພັດທະນາສິ່ງແວດລ້ອມແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ລັດຖະບານຈະສືບຕໍ່ຊີ້ນຳປະຕິບັດ ບັນດາມາດຕະການຊຸກຍູ້ການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ຢ່າງຄົບຊຸດຢ່າງມີປະສິດທິຜົນໃນທຸກຂົງເຂດ.

ແລະກໍ່ທີ່ເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນຈຸດສຸມຄື: ຍູ້ແຮງການຜັນຂະຫຍາຍຮູບແບບເສດຖະກິດໝູນວຽນ, ປ່ອຍອາຍພິດລົງລະດັບຕ່ຳ, ສ້າງລະບົບສະໜອງສີຂຽວ, ຫັນປ່ຽນພະລັງງານແບບຍືນຍົງ, ພັດທະນາເສດຖະກິດທະເລສີຂຽວ…

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top