• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ​ຍົກ​ສູງ​ນ້ຳ​ໃຈ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຈິດໃຈຂອງຄະນະກຳມະການປະຊາຊົນນະຄອນ ທີ່ໄດ້ສ້າງໂຮງໝໍພະຍາດຫາຍໃຈໂດຍກະທັນຫັນ 250 ຕຽງ.

ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ເປັນປະທານການເຮັດວຽກ (ພາບ: hanoimoi.com.vn)

ຕອນເຊົ້າວັນທີ 24 ມີນາ, ທີ່ການພົບປະ ແລະ ເຮັດກັບວິສາຫະກິດໃນບໍລິເວນນະຄອນຫຼວງນັບຮ້ອຍແຫ່ງ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃນສະພາບໂລກລະບາດ ໂຄວິດ - 19, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫວ້ ໄດ້ຍ້ອງຍໍຊົມເຊີຍ, ຕີລາຄາສູງຈິດໃຈຂອງຄະນະກຳມະການປະຊາຊົນນະຄອນ ທີ່ໄດ້ສ້າງໂຮງໝໍພະຍາດຫາຍໃຈໂດຍກະທັນຫັນ 250 ຕຽງ. ບໍລິສັດໃຫຍ່ລົງທຶນ ແລະ ພັດທະນາພື້ນຖານໂຄລ່າງ UDIC ໄດ້ຂົນຂວາຍກຳມະກອນ ແຕ່ 200 – 400 ຄົນ ມາເຮັດວຽກທັງເວນທັງຄືນ ແລະ ພາຍຫຼັງ 1 ອາທິດ ໄດ້ກໍ່ສ້າງສຳເລັດ; ທາງຫົວໜ່ວຍດັ່ງກ່າວກຳລັງມອບໃຫ້ພະແນກສາທາລະນະສຸກຮ່າໂນ້ຍ ເພື່ອຕິດຕັ້ງອຸປະກອນການແພດ ແລະ ກະກຽມນຳເຂົ້າໃຊ້ງານ.

        ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ກໍຮຽກຮ້ອງໃຫ້ບັນດາວິສາຫະກິດກໍ່ສ້າງໃນບໍລິເວນນະຄອນ ຈົ່ງຍົກສູງນ້ຳໃຈປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19, ເຂົ້າຮ່ວມການກໍ່ສ້າງບັນດາສະຖານທີ່ແຍກຕົວ, ໂຮງໝໍພະຍາດທາງຫາຍໃຈໂດຍກະທັນຫັນ ເມື່ອນະຄອນມີຄວາມຕ້ອງການໃຫ້ທັນການ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top