• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິສາຫະກິດຫວຽດນາມ ເປັນເຈົ້າການເມື່ອເຂົ້າຮ່ວມ CPTPP

      ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ຊື່ງຫວຽດນາມ ພ້ອມກັບ 10 ປະເທດຄູ່ຮ່ວມມື ຫາກໍ່ລົງນາມຢູ່ ຈີເລ ຈະສົ່ງຜົນກະທົບຢ່າງແຮງເຖິງພື້ນຖານເສດຖະກິດຫວຽດນາມ. CPTPP ບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມ ເປີດກວ້າງຕະຫລາດສົ່ງອອກເທົ່ານັ້ນ ຫາກຍັງຊ່ວຍໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດ ເປັນເຈົ້າການຕອບສະຫນອງບັນດາການປ່ຽນແປງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປ່ຽນໃຫມ່ຈີນຕະນາການໃນການດຳເນີນທຸລະກິດໃນສະພາບແກ້ງແຍ້ງ.

ປາທູນາ ແມ່ນຫນຶ່ງໃນບັນດາຜະລິດຕະພັນສົ່ງອອກຂອງຫວຽດນາມ 
      ເລື່ອງເຂົ້າຮ່ວມສັນຍາ CPTPP ໄດ້ເປີດກາລະໂອກາດໃຫມ່ສຳລັບຫວຽດນາມ ດ້ວຍຂອບຂະຫນາດຕະຫລາດກວມກວ່າປະມານ 13,5% GDP ທົ່ວໂລກ ແລະ ກວມລວມຕະຫລາດທີ່ມີພົນລະເມືອງ ເກືອບ 500 ລ້ານຄົນ. ດ້ວຍເລື່ອງເຂົ້າຮ່ວມສັນຍາ CPTPP, ມີຫລາຍຂະແຫນງເສດຖະກິດຫວຽດນາມ ຈະໄດ້ຮັບຜົນປະໂຫຍດ. ສະເພາະສຳລັບວິສາຫະກິດ, CPTPP ແມ່ນກາລະໂອກາດດີ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມລະບົບສະຫນອງສິນຄ້າໃນພາກພື້ນ ແລະ ທົ່ວໂລກ ຢ່າງເລິກເຊິ່ງກວ່າ. ພ້ອມກັນນັ້ນ ເມື່ອເປີດປະຕູອອກສູ່ໂລກ, ວິສາຫະກິດຫວຽດນາມ ຈະຖອດຖອນໄດ້ບົດຮຽນພຶດຕິກຳຫລາຍຢ່າງກໍ່ຄືໝູນໃຊ້ເຕັກໂນໂລຊີທັນສະໄຫມຈາກບັນດາວິສາຫະກິດຕ່າງປະເທດ. ເຖິງຢ່າງໃດກໍຕາມ, ຕາມບັນດາຜູ້ຊ່ຽວຊານເສດຖະກິດແລ້ວ, ກາລະໂອກາດຍາມໃດກໍ່ໄປຄຽງຄູ່ກັບສິ່ງທ້າທາຍ. CPTPP ພຽງແຕ່ນຳມາເຊິ່ງກາລະໂອກາດໃຫ້ບັນດາວິສາຫະກິດໃດມີຄວາມເປັນເຈົ້າການໃນການຕອບສະຫນອງບັນດາການປ່ຽນແປງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກດໃນວິວັດການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນເທົ່ານັ້ນ. ເພື່ອຍາດແຍ່ງບັນດາຜົນປະໂຫຍດຢ່າງສູງສຸດ ຊື່ງ CPTPP ນຳມາໃຫ້, ບັນດາວິສາຫະກິດ ຄວນສ້າງ ແລະ ປັບປຸງແຜນການດຳເນີນທຸລະກິດໃຫ້ໄລຍະກາງ ແລະ ໄລຍະຍາວ ເພື່ອແນໃສ່ຊຸກຍູ້ກະແສຟອງຂອງສິນຄ້າເຂົ້າຕະຫລາດຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ຕົວຢ່າງຄື: ຂົງເຂດສົ່ງອອກໄມ້. ປະຈຸບັນ ຫວຽດນາມ ຢືນອັນດັບ 5 ໃນໂລກກ່ຽວກັບການສົ່ງອອກໄມ້, ພາຍຫລັງສັນຍານີ້ໄດ້ຮັບການລົງນາມ ການເຕີບໂຕສົ່ງອອກໄມ້ ບໍ່ພຽງແຕ່ແມ່ນຢູ່ໃນຕົວເລກ 8 ຕື້ USD ເທົ່ານັ້ນ. ພາສີສົ່ງອອກຫລຸດລົງ, ລາຄາແກ້ງແຍ້ງ ແມ່ນຫນຶ່ງໃນບັນດາເງື່ອນໄຂໄດ້ຮັບຜົນປະໂຫຍດຫລາຍສຸດຂອງຂະແຫນງໄມ້ຫວຽດນາມເມື່ອສັນຍານີ້ໄດ້ຮັບການລົງນາມ. ຕາມບັນດາວິສາຫະກິດດຳເນີນທຸລະກິດໄມ້ແລ້ວ, ຮົ້ວກີດຂວາງໃຫຍ່ສຸດໃນຂົງເຂດສົ່ງອອກໄມ້ກ່ອນນີ້ ນັ້ນແມ່ນລະດັບພາສີນຳເຂົ້າຍັງສູງຢູ່ແມ່ນປະມານ 12%. ເຖິງຢ່າງໃດກໍຕາມ, ເມື່ອສັນຍາໄດ້ຮັບການລົງນາມ ລາຍຮັບຈາກຂະແຫນງນີ້ອາດຈະເພີ່ມຂຶ້ນ 2 – 3 ເທົ່າ. ທ່ານ ລີຫວີງຮຸ່ງ, ຜູ້ອຳນວຍການບໍລິສັດເຄື່ອງເຟີນີເຈີ Lyprodan ໄດ້ອະທິບາຍວ່າ:
        ພາຍຫລັງເຂົ້າຮ່ວມສັນຍາCPTPP, ສ່ວນພາສີຈະໄດ້ຫລຸດລົງ, ກົງກັນຂ້າມ ວັດຖຸດິບຈາກບັນດາປະເທດເຂົ້າຮ່ວມສັນຍາ ລາຄາກໍ່ຫລຸດລົງ. ເວົ້າລວມແລ້ວ ຜົນປະໂຫຍດໄດ້ນຳມາໃຫ້ວິສາຫະກິດພວກຂ້າພະເຈົ້າແມ່ນໃຫຍ່ຫລວງທີ່ສຸດ.
        ໂດຍເຫັນໄດ້ຜົນປະໂຫຍດເມື່ອສັນຍານີ້ໄດ້ຮັບການລົງນາມ, ບັນດາວິສາຫະກິດຂະແຫນງໄມ້ໄດ້ເປັນເຈົ້າການເພື່ອຮັບກາລະໂອກາດນີ້ ຈາກການເຂົ້າຮ່ວມບັນດາງານຕະຫລາດນັດໄມ້ຂະຫນາດໃຫຍ່ໃນໂລກ, ສຳຜັດກັບລູກຄ້າຈາກບັນດາປະເທດໃນກຸ່ມ ຕະຫລອດຮອດເປັນເຈົ້າການໃນການປ່ຽນແປງຮູບແບບ, ມີໄຫວພິບ, ກຳນົດລາຄາເໝາະສົມໃຫ້ແກ່ແຕ່ລະຕະຫລາດເພື່ອຍູ້ໄວການສົ່ງອອກເມື່ອມີກາລະໂອກາດ. ທ່ານນາງ ດີງທິເຮືອງງາ, ຜູ້ອຳນວຍການບໍລິສັດ ເຮືອງງາ Fine Arts ໃຫ້ຮູ້ວ່າ:
        ການເຂົ້າຮ່ວມສັນຍາCPTPP ໄດ້ຊ່ວຍເພີ່ມທະວີຄວາມສົນໃຈຂອງໂລກກວ່າ ສຳລັບຕະຫລາດຫວຽດນາມ ເພາະວ່າ ຊາວຫວຽດນາມ ມີຊື່ສຽງກ່ຽວກັບສີມືອັນຄ່ອງແຄ້ວ ແລະ ລາຄາສິນຄ້າແກ້ງແຍ້ງ, ປະຈຸບັນ ພວກເຮົາຍິ່ງມີບົດຮຽນຫລາຍຢ່າງກ່ຽວກັບການຄຸ້ມຄອງກໍຄືການພັດທະນາບັນດາຮູບແບບສິນຄ້າ ແລະ ການຮ່ວມມືກັບໂລກ.

ເຂົ້າສານແມ່ນປະເທດສົ່ງອອກຕົ້ນຕໍຂອງຫວຽດນາມ
      ປະລິມານໃບສັ່ງຊື້ສິນຄ້າແມ່ນມີຫລາຍ,ແລະ ບັນດາວິສາຫະກິດເກືອບຄືວ່າໄດ້ເປັນເຈົ້າການກ່ຽວກັບແຫລ່ງວັດຖຸດິບ ນັ້ນແມ່ນບັນດາສັນຍານພື້ນຖານເຮັດໃຫ້ບັນດາວິສາຫະກິດສົ່ງອອກໄມ້ມີຄວາມເຊື່ອໝັ້ນຢັ້ງຢືນຕົນເອງວ່າ ປີ 2018 ຄາດໝາຍສົ່ງອອກເຄື່ອງເຟີນີເຈີ ແລະ ເຄື່ອງປ່າຂອງດົງ9 ຕື້ USD  ແມ່ນມີຄວາມເປັນໄປໄດ້.
ຂົງເຂດອື່ນ ແມ່ນຂະແຫນງຕ່ຳແຜ່ນຕັດຫຍິບ ໄດ້ຮັບຄວາມມຸ້ງຫວັງວ່າຈະສ້າງບາດກ້າວກະໂດດຂັ້ນໃນການສົ່ງອອກ ແມ່ນອີງໃສ່ຈາກ ສັນຍາ CPTPP, ຄວາມເປັນເຈົ້າການໃນແຫ່ງການປ່ຽນແປງ, ແທດເໝາະກັບຕະຫລາດໃຫຍ່ຂອງ CPTPP ທີ່ນັບມື້ນັບມີຄວາມຈຳເປັນກວ່າ ເພາະ ຂະແຫນງນີ້ແມ່ນອີງໃສ່ ຈາກແຫລ່ງວັດຖຸດິບນຳເຂົ້າເປັນສ່ວນໃຫຍ່. ຖ້າຫາກເລື່ອງນີ້ບໍ່ໄດ້ແກ້ໄຂຢ່າງວ່ອງໄວ ລາຄາຕົວຈິງໃນການເຕີບໂຕຈະບໍ່ຫລາຍ ພ້ອມທັງຫຍຸ້ງຍາກໃນການສ້າງວຽກເຮັດງານທຳໃຫ້ແກ່ຄົນງາມ. ທ່ານ ຫງວຽນຕຽນເຈື່ອງ, ຮອງປະທານກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບ ຢືນຢັນວ່າ: ຕ້ອງມີຍຸດທະສາດພັດທະນາແຫລ່ງວັດຖຸດິບສົ້ນເຂົ້າເພື່ອພັດທະນາການສົ່ງອອກມີລັກສະນະແບບຍືນຍົງ.
        “ທ່າອ່ຽງຂອງວິສາຫະກິດຕ່ຳແຜ່ນຕັດຫຍິບແມ່ນຍູ້ໄວການພັດທະນາແຫລ່ງວັດຖຸດິບຢູ່ພາຍໃນປະເທດ ແລະ ຖືນີ້ແມ່ນເປົ້າໝາຍ. ໃນການສົ່ງອອກຂອງຂະແຫນງຕ່ຳແຜ່ນຕັດຫຍິບ ຍາມໃດກໍ່ຖືເປັນສຳຄັນການເພີ່ມມູນຄ່າເພີ່ມຂອງຕົນ ລວມທັງ ເລື່ອງຜະລິດວັດຖຸດິບ, ຕົ້ນກຳເນີດຂອງເສັ້ນຝ້າຍແມ່ນຫນຶ່ງໃນບັນດາຍຸດທະສາດແກ້ງແຍ້ງຂອງບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ
        ຫນຶ່ງໃນບັນດາບັນຫາຊື່ງບັນດາວິສາຫະກິດເວົ້າລວມ ໄດ້ມີຄວາມເອົາໃຈໃສ່ທີ່ສຸດ ນັ້ນແມ່ນວຽກງານບຳລຸງສ້າງ, ຍົກສູງສີມືແຮງງານໃຫ້ແກ່ຄົນງານ, ເປັນຕົ້ນແມ່ນໃນບັນດາຂະແຫນງອາຊີບ: ຕ່ຳແຜ່ນຕັດຫຍິບ, ເກີບຫນັງ, ຂະແຫນງປຸງແຕ່ງຜະລິດຕະພັນກະເສດ, ອາຫານປອດສານພິດ…ຄຽງຄູ່ກັນນັ້ນ ແມ່ນຍູ້ແຮງການຮ່ວມສຳພັນກັບບັນດາວິສາຫະກິດເພື່ອສ້າງຄຸນນະພາບແຮງງານ, ສ້າງຜະລິດຕະພັນທີ່ມີການແກ້ງແຍ້ງສູງກວ່າ.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top