• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິທະຍຸກະຈາຍສຽງຫວຽດນາມ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ(7/9/1945 - 7/9/2020)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ; ຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ພະແນກສະຖານະການການເມືອງ (VOV 1); ຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5).

ລາຍການສະແດງສິລະປະ ໃນພິທີສະເຫລີມສະຫລອງ  

ຕອນບ່າຍວັນທີ 6 ກັນຍາ ຢູ່ ສູນກະຈາຍສຽງແຫ່ງຊາດ ທີ່ ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດພິທີສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ (7/9/1945 - 7/9/2020). ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານ ເລຂາຄະນະພັກນະຄອນ ຮ່າໂນ້ຍ ເວືອງດີງເຫ້ວ ພ້ອມກັບຜູ້ຕາງຫນ້າຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບາງກະຊວງ, ຂະແຫນງການ, ອົງການຈັດຕັ້ງສູນກາງ ແລະ ນະຄອນຫລວງຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ ສປປ ລາວ, ອິນເດຍ, ອິນໂດເນເຊຍ, ກຳປູເຈຍ. ກ່າວຄຳເຫັນນະພິທີ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ໃນໄລຍະ 75 ປີຜ່ານມາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເຕີບໃຫຍ່ກະໂດດຂັ້ນໃນທຸກດ້ານ. ກ່ອນນີ້ ພຽງແຕ່ເຮັດວຽກງານກະຈາຍສຽງເທົ່ານັ້ນ ແຕ່ມາຮອດປະຈຸບັນ ວິທະຍຸກະຈາຍສຽງຫວຽດນາມ ມີຊ່ອງໂທລະພາບ, ສື່ເອເລັກໂຕນິກ ແລະ ສື່ສິ່ງພິມ, ກາຍເປັນອົງການສື່ມວນຊົນມີຫລາຍປະເພດ, ຫລາຍພາຫະນະ. ປະຈຸບັນ, VOV ໄດ້ຢັ້ງຢືນບົດບາດແມ່ນໜຶ່ງໃນບັນດາອົງການກະບອກສຽງສຳຄັນແຖວໜ້າຂອງປະເທດຊາດ, ແມ່ນສຽງເວົ້າຂອງພັກ , ລັດ ແລະ ປະຊາຊົນ ຫວຽດນາມ, ແມ່ນຂົວເຊື່ອມຕໍ່ມິດຕະພາບ, ສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈເຊື່ອມຕໍ່ ຫວຽດນາມ ກັບ ເພື່ອນມິດສາກົນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫລຽນໄຊ ແຮງງານຊັ້ນໜຶ່ງໃຫ້ແກ່ VOV

ແລະກໍ່ໃນພິທີສະເຫຼີມສະຫຼອງ, ທ່ານ ຫງວຽນເທ໊ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຊີ້ແຈ້ງວ່າ:

 

ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ 75 ປີ, ໝູ່ພະນັກງານ, ນັກຂ່າວ, ບັນນາທິການ, ນັກສິລະປິນ, ລັດຖະກອນຂອງ VOV ໄດ້ ແລະ ພວມສູ້ຊົນຢ່າງຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່, ສ້າງ VOV ກາຍເປັນອົງການສື່ມວນຊົນຫລາຍປະເພດຢ່າງແທດຈິງ, ຮັກສາທີ່ຕັ້ງເປັນອົງການສື່ມວນຊົນສຳຄັນແຖວໜ້າຂອງພັກ, ລັດ ເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງ ຫວຽດນາມ ກັບ ເພື່ອນມິດສາກົນ. 


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5)

ຕາງໜ້າການນຳພັກ, ລັດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ; ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ວິທະຍຸກະຈາຍສຽງ ຫວຽດນາມ; ຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ແກ່ພະແນກສະຖານະການການເມືອງ (VOV 1); ຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ (VOV5).

(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top