• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມຄັ້ງທີ 25 ຄະນະປະຈຳສະພາແຫ່ງຊາດ: ເລີ່ມເຄື່ອນໄຫວການຊັກຖາມ ແລະ ຕອບຄຳຊັກຖາມ

ໃນຕອນເຊົ້າ, ສະມາຊິກສະພາແຫ່ງຊາດໄດ້ຊັກຖາມບັນດາໝວດບັນຫາຂຶ້ນກັບໜ້າທີ່ຄວາມຮັບຜິດຊອບຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ
ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ ຕອບຄຳຊັກຖາມ (ພາບ: TTXVN)

ຕອນເຊົ້າວັນທີ 15 ສິງຫາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ, ໃນຂອບເຂດວາລະປະຊຸມຄັ້ງທີ 25, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມ. ເຂົ້າຮ່ວມວາລະຊັກຖາມຢູ່ສະຖານທີ່ເຊື່ອມຕໍ່ຫຼັກຢູ່ຫໍສະພາແຫ່ງຊາດມີທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ.

ໃນຕອນເຊົ້າ,ສະມາຊິກສະພາແຫ່ງຊາດໄດ້ຊັກຖາມບັນດາໝວດບັນຫາຂຶ້ນກັບໜ້າທີ່ຄວາມຮັບຜິດຊອບຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ, ຄື: ມາດຕະການແກ້ໄຂການຍົກສູງຄຸນນະພາບລະບົບກົດໝາຍ; ສະພາບຕົວຈິງ ແລະ ມາດຕະການແກ້ໄຂຂໍ້ຄົງຄ້າງ, ຍົກສູງປະສິດທິຜົນວຽກງານການປະມູນຊັບສົມບັດ ແລະ ວຽກງານການປະເມີນດ້ານຕຸລາການ. ກ່າວຄຳເຫັນທີ່ວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, ນີ້ລ້ວນແຕ່ແມ່ນບັນດາບັນຫາຈຳເປັນຢ່າງຮີບດ່ວນ ເຊິ່ງຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ບັນດາສະມາຊິກສະພາແຫ່ງຊາດມີຄວາມສົນໃຈ.

ຕອນບ່າຍວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ຊັກຖາມທ່ານ ເລມິນຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກ່ຽວກັບ: ມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ; ການເຄື່ອນໄຫວຂຸດຄົ້ນ, ປົກປັກຮັກສາ ແລະ ພັດທະນາແຫຼ່ງສິນໃນນ້ຳ, ມາດຕະການແກ້ໄຂບັດເຫຼືອງຂອງຄະນະກຳມະການ ເອີລົບ ສຳລັບສິນໃນນ້ຳ; ການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ສົ່ງອອກເຂົ້າສານໃນໄລຍະປະຈຸບັນ.

(ແຫຼ່ງຄັດຈາກ VOV)

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ ເສດ​ຖະ​ກິດສີ​ເງິນ

ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ເພື່ອ​ພັດ​ທະ​ນາ​ “ເສດ​ຖະ​ກິດສີ​ເງິນ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງຈຸດສຸມໃນການກະທຳພັດທະນາ “ເສດຖະກິດສີເງິນ”.

Top