• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນ​ປະ​ຊາ​ກອນ​ໂລກ: ການສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ເພື່​ອ​ບັນ​ລຸ​ເປົ້າ​ໝາ​ຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ວັນປະຊາກອນໂລກ ຄືວັນທີ 11 ກໍລະກົດ ປີ 2023 ນີ້ ມີຫົວຂໍ້: “ເສີມຂະຫຍາຍກຳລັງແຮງຂອງຄວາມສະເໝີພາບລະຫວ່າງຍິງຊາຍ: ຍົກສູງສຽງເວົ້າຂອງແມ່ຍິງ ແລະ ເດັກຍິງ ເພື່ອເສີມຂະຫຍາຍກຳລັງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງໂລກ”.
(ພາບປະກອບ:TTXVN)

ຢູ່ ຫວຽດນາມ, ບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ, ການມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ ໄດ້ ແລະ ພວມໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ບັນດາຄະນະຂະແໜງການ, ອົງການຈັດຕັ້ງ ແລະ ທົ່ວສັງຄົມຢ່າງເລິກເຊິ່ງ. ບັນຫາດັ່ງກ່າວ ຍາມໃດກໍເປັນເປົ້າໝາຍໃຫຍ່ຂອງລັດຖະບານ, ເປັນໜ້າທີ່ສຳຄັນໃນຍຸດທະສາດໃນການພັດທະນາເສດຖະກິດ - ສັງຄົມ; ສ້າງປະເທດວັດທະນາຖາວອນ, ປະຊາທິປະໄຕ, ຍຸຕິທຳ ແລະ ສິວິໄລ.

ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍກິດຈະກຳເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ຫວຽດນາມ ໄດ້ຮັບການຮັບຮອງຈາກໂລກວ່າ ແມ່ນໜຶ່ງໃນ 10 ປະເທດທີ່ປະຕິບັດເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ເດັກຍິງ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top