• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັນບຸນວິສາຂະບູຊາ Vesak 2019 ຢືນຢັນທີ່ຕັ້ງບົດບາດຂອງສະມາຄົມພຸດທະສາສະຫນາຫວຽດຍາມໃນການເຊື່ອມໂຍງເຂົ້າກັບສາກົນ

      ວັນບຸນວິສາຂະບູຊາ Vesak 2019 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 12 ພຶດສະພາ ຢູ່ ສູນວັດທະນະທຳສາສະຫນາພຸດ ຕາມຈຸກ ແຂວງ ຮ່ານາມ. 

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີ
ພາບ: Ban Tổ Chức Vesak 2019
      ເຂົ້າຮ່ວມວັນບຸນ ມີທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ; ທ່ານປະທານາທິບໍດີ ມຽນມາ Win Myint, ທ່ານຮອງປະທານາທິບໍດີ, ປະທານສະພາສູງ ອິນເດຍ Venkaiah Naidu, ນາຍົກລັດຖະມົນຕີ ເນປານ KP Sharma Oli, ປະທານສະພາສູງ ບູຖານ ທ່ານ Tashi Dorji, ຮອງເລຂາທິການໃຫຍ່ ສປຊ Asha Rose Migiro. ການນຳຂັ້ນສູງ ແລະ ຜູ້ມີຍົດສັກຕຳແຫນ່ງຕ່າງໆຂອງສະມາຄົມພຸດທະສາສະຫນາ, ອົງການສາສະຫນາທີ່ມາຈາກ 112 ປະເທດ, ເຂດແຄ້ວນ ຢູ່ໃນໂລກ ແລະ ຫວຽດນາມ ພ້ອມກັບພະສົງສຳມະເນນພຸດທະສາສະນິກະຊົນນັບພັນໆຄົນຢູ່ພາຍໃນ ແລະ ຕ່າງປະເທດ.
ກ່າວຄຳເຫັນນະພິທີໄຂ, ພະມະຫາອາຈານ ທຽກທ້ຽນເຍີນ ປະທານສະພາບໍລິຫານງານພຸດທະສາສະຫນາ, ປະທານຄະນະກຳມະການຈັດຕັ້ງ Vesak 2019 ຢູ່ ຫວຽດນາມ ຢືນຢັນວ່າ:
“ຫົວຂໍ້ຂອງ Vesak 2019: ແມ່ນວິທີການສຳຜັດຂອງສາສະຫນາພຸດ ກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບ ພ້ອມກັນແບ່ງປັນ ເພື່ອສັງຄົມໝັ້ນຄົງ ເປັນການສະແດງໃຫ້ເຫັນສະຕິຄວາມຮັບຜິດຊອບອັນສູງສົ່ງຂອງສາສະຫນາພຸດຕໍ່ຫນ້າສະພາບການຜັນແປຂອງໂລກ.  ໃນວັນບຸນວິສາຂະບູຊາພິເສດ ແລະ ເຄັ່ງຂຶມນີ້ ເປັນການປະກອບສ່ວນເຊີດຊູບັນດາຄຸນຄ່າທີ່ເປັນມູນເຊື້ອຂອງພຸດທະສາສະຫນາຫວຽດນາມ ຍາມໃດກໍ່ຮ່ວມເດີນທາງກັບຊາດໃນຫລາຍສະຫັດສະຫວັດຜ່ານມາ.  ພຸດທະສາສະຫນາຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ຮັ່ງມີສວຍງາມ, ສັນຕິພາບ, ພັດທະນາແບບຍືນຍົງໃນໄລຍະເຊື່ອມໂຍງເຂົ້າກັບສາກົນ.”
 ທ່ານນາຍົກລັດຖະມົນຕີ ຫວຽດນາມຫງວຽນຊວນຟຸກ ໄດ້ຢືນຢັນຄວາມເອກອ້າງທະນົງໃຈຕໍ່ເລື່ອງຫວຽດນາມ ໄດ້ຮັບເລືອກເຟັ້ນເປັນສະຖານທີ່ຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019.
“ຫວຽດນາມ ແມ່ນປະເທດມີຫລາຍສາສະຫນາ, ໃນນັ້ນ ສາສະຫນາພຸດ ແມ່ນສາສະຫນາທີ່ເປັນມູນເຊື້ອ ແລະ ມີມາແຕ່ດົນນານ, ຕິດພັນກັບວັດທະນະທຳ, ມູນເຊື້ອ ແລະ ຮ່ວມເດີນທາງພ້ອມກັບຊາດ. ໃນຫລາຍປີຜ່ານມາ ສະມາຄົມພຸດທະສາສະຫນາຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ເຕີບໃຫຍ່. ເລື່ອງຈັດຕັ້ງ ວັນບຸນວິສາຂະບູຊາ Vesak 2019 ອີກຄັ້ງຫນຶ່ງ ຢືນຢັນ ຫວຽດນາມຍາມໃດກໍ່ເອົາໃຈໃສ່, ເຄົາລົບບັນດາຄຸນຄ່າວັດທະນະທຳ, ສິ່ງທີ່ດີງາມຂອງບັນດາສາສະຫນາ, ໃນນັ້ນ ມີສາສະຫນາພຸດ.”
ນີ້ເປັນຄັ້ງທີ 3 ວັນບຸນວິສາຂະບູຊາ Vesak 2019 ໄດ້ຈັດຂຶ້ນຢູ່ຫວຽດນາມ. ວັນບຸນວິສາຂະບູຊາ Vesak 2019 ດຳເນີນໄປໃນເວລາ 3 ວັນ ແຕ່ວັນທີ 12-14 ພຶດສະພາ ດ້ວຍການເຄື່ອນໄຫວຫລາຍຢ່າງທາງດ້ານສາສະຫນາພຸດ, ວັດທະນະທຳ, ສິລະປະ ແລະ ກອງປະຊຸມສຳມະນາສາກົນ 5 ຄັ້ງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top