
ທ່ານ ຫງວຽນແຫ້ງຟຸກ ເລຂານຸການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ (ພາບ: VOV)
ທ່ານ ຫງວຽນແຫ້ງຟຸກ ເລຂານຸການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 9 ສະບັບ; ຮ່າງມະຕິ 01 ສະບັບ ແລະ ປະກອບຄໍາເຫັນກ່ຽວກັບຮ່າງກົດໝາຍ 06 ສະບັບອື່ນອີກດ້ວຍ. ໄປຄຽງຄູ່ກັນນັ້ນ, ໃນວາລະຊັກຖາມ ຈະບໍ່ປຶກສາຫາລືກ່ຽວກັບເນື້ອໃນບົດລາຍງານຂອງລັດຖະບານ, ຂອງສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ .. ຫາກຍາດເວລາ 3 ມື້ໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຊັກຖາມບັນດາບັນຫາຊື່ງລັດຖະບານໄດ້ປະຕິບັດ, ໄຈ້ແຍກສາຍເຫດສິ່ງທີ່ເຮັດໄດ້ແລ້ວ ແລະ ສິ່ງຍັງຄົງຄ້າງ, ວາງອອກບັນດາມາດຕະການແກ້ໄຂ.
ນອກນັ້ນ ທີ່ສະໄຫມປະຊຸມຄັ້ງນີ້ ເປັນຄັ້ງທຳອິດ ສະພາແຫ່ງຊາດ ສະເຫນີບັດຖະບານ ລາຍງານໝາກຜົນ 3 ປີແຫ່ງການຜັນຂະຫຍາຍການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບ ແຜນການ 5 ປີ ຄືແຕ່ປີ 2016-2020, ການພັດທະນາເສດຖະກິດສັງຄົມ, ສ້າງໂຄງປະກອບເສດຖະກິດ, ການເງິນແຫ່ງຊາດ,ການລົງທຶນໄລຍະກາງຄືນໃຫມ່.ຕາມທ່ານເລຂານຸການສະພາແຫ່ງຊາດແລ້ວ, ທີ່ສະໄຫມປະຊຸມຄັ້ງນີ້ ເປັນຄັ້ງທຳອິດ ຄະນະບໍລິຫານງານສູນກາງພັກ ຈະສະເຫນີ ທ່ານເລຂາທິການໃຫຍ່ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງດຳລົງຕຳແຫນ່ງປະທານປະເທດ. ຄຽງຄູ່ກັນນັ້ນ ສະພາແຫ່ງຊາດ ຈະພິຈາລະນາໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະຂ້າມປາຊີີຟິກ.
(ແຫຼ່ງຄັດຈາກ VOV)