ຂ່າວສານ

ວັນທີ 22 ຕຸລາ ຈະໄຂກອງປະຊຸມສະໄຫມສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 14

      ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫລງຂ່າວ ກ່ຽວກັບກອງປະຊຸມສະໄຫມສາມັນເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14 ຈະໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ຕຸລາ ຈະມາເຖິງ. ຕາມແຜນການຄາດຄະເນແລ້ວ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະເຮັດວຽກໃນເວລາ 24 ວັນ ແລະ ຈະອັດລົງໃນວັນທີ 21 ພະຈິກ 2018

ທ່ານ ຫງວຽນແຫ້ງຟຸກ ເລຂານຸການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ (ພາບ: VOV)
      ທ່ານ ຫງວຽນແຫ້ງຟຸກ ເລຂານຸການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 9 ສະບັບ; ຮ່າງມະຕິ 01 ສະບັບ ແລະ ປະກອບຄໍາເຫັນກ່ຽວກັບຮ່າງກົດໝາຍ 06 ສະບັບອື່ນອີກດ້ວຍ. ໄປຄຽງຄູ່ກັນນັ້ນ,  ໃນວາລະຊັກຖາມ ຈະບໍ່ປຶກສາຫາລືກ່ຽວກັບເນື້ອໃນບົດລາຍງານຂອງລັດຖະບານ, ຂອງສານປະຊາຊົນສູງສຸດ, ໄອຍະການປະຊາຊົນສູງສຸດ .. ຫາກຍາດເວລາ 3 ມື້ໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຊັກຖາມບັນດາບັນຫາຊື່ງລັດຖະບານໄດ້ປະຕິບັດ, ໄຈ້ແຍກສາຍເຫດສິ່ງທີ່ເຮັດໄດ້ແລ້ວ ແລະ ສິ່ງຍັງຄົງຄ້າງ, ວາງອອກບັນດາມາດຕະການແກ້ໄຂ.
            ນອກນັ້ນ ທີ່ສະໄຫມປະຊຸມຄັ້ງນີ້ ເປັນຄັ້ງທຳອິດ ສະພາແຫ່ງຊາດ ສະເຫນີບັດຖະບານ ລາຍງານໝາກຜົນ 3 ປີແຫ່ງການຜັນຂະຫຍາຍການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບ ແຜນການ 5 ປີ ຄືແຕ່ປີ 2016-2020, ການພັດທະນາເສດຖະກິດສັງຄົມ, ສ້າງໂຄງປະກອບເສດຖະກິດ, ການເງິນແຫ່ງຊາດ,ການລົງທຶນໄລຍະກາງຄືນໃຫມ່.
            ຕາມທ່ານເລຂານຸການສະພາແຫ່ງຊາດແລ້ວ, ທີ່ສະໄຫມປະຊຸມຄັ້ງນີ້ ເປັນຄັ້ງທຳອິດ ຄະນະບໍລິຫານງານສູນກາງພັກ ຈະສະເຫນີ ທ່ານເລຂາທິການໃຫຍ່ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງດຳລົງຕຳແຫນ່ງປະທານປະເທດ. ຄຽງຄູ່ກັນນັ້ນ ສະພາແຫ່ງຊາດ ຈະພິຈາລະນາໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມືຮອບດ້ານ ແລະຂ້າມປາຊີີຟິກ. 
 (ແຫຼ່ງຄັດຈາກ VOV)


top