“ຂ້າພະເຈົ້າຂໍປະກາດ ລົດໄຟຟ້າໃຕ້ດິນ MRT Jakarta ເລີ່ມນໍາເຂົ້າໃຊ້ງານຢ່າງເປັນທາງການ. ນັບແຕ່ມື້ນີ້ເປັນຕົ້ນໄປ, ພວກເຮົາພ້ອມແລ້ວທີ່ຈະປັບຕົວໃຫ້ເຂົ້າກັບພື້ນຖານວັດທະນະທໍາໃໝ່. ນີ້ແມ່ນໄລຍະທີໜຶ່ງຂອງໂຄງການ. ແລະກໍເລີ່ມແຕ່ມື້ນີ້ເປັນຕົ້ນໄປ, ໄລຍະທີສອງຂອງໂຄງການກໍ່ສ້າງເສັ້ນທາງຕໍ່ໄປ ກໍຈະເລີ່ມລົງມືກໍ່ສ້າງ”.

ລົດໄຟຟ້າໃຕ້ດິນ MRT
ວັນທີ 25 ມີນາ ຜ່ານມາ, ຕໍ່ໜ້າການເຫັນປະຈັກຕາຂອງປະຊາຊົນນະຄອນຫຼວງນັບສິບໆພັນຄົນ, ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo ໄດ້ກົດປຸ່ມເປີດສະຫຼອງເສັ້ນທາງລົດໄຟໃຕ້ດິນທໍາອິດຂອງນະຄອນຫຼວງ Jakarta. ໄລຍະທີໜຶ່ງຂອງໂຄງການກໍ່ສ້າງລະບົບລົດໄຟຟ້າໃຕ້ດິນທໍາອິດມີລວງຍາວ 16 ກິໂລແມັດ ລວມມີສະຖານນີລົດໄຟຟ້າໃຕ້ດິນ 6 ແຫ່ງ ແລະ ສະຖານນີລົດໄຟຟ້າຢູ່ໜ້າດິນ 6 ແຫ່ງ, ໂດຍເຊື່ອມຕໍ່ວົງວຽນນໍ້າພຸ Bundaran Hi ກັບ ທາງທິດໃຕ້ຂອງນະຄອນ. ນີ້ແມ່ນໜຶ່ງໃນບັນດາເສັ້ນທາງຄົມມະນາຄົມສໍາຄັນຂອງ Jakarta ແລະ ເກີດລົດຕິດອັ່ງອໍຕາມທ້ອງຖະໜົນເປັນປະຈໍາ ຍ້ອນລະດັບການນໍາໃຊ້ລົດຍານພະນາຫະທີ່ໜາແໜ້ນ. ປັດຈຸບັນ, ພຽງແຕ່ຈ່າຍເງິນ 10.000 Rupiah (ເກືອບ 1 USD) ເທົ່ານັ້ນ, ປະຊາຊົນຢູ່ທີ່ນີ້ກໍສາມາດໄປຮອດເຂດໃຈກາງຂອງນະຄອນຢ່າງວ່ອງໄວ ແລະ ສະດວກສະບາຍ. Aghita, ປະຊາຊົນນະຄອນຫຼວງ Jakarta ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ດີໃຈ ເມື່ອມີລະບົບລົດໄຟຟ້າໃຕ້ດິນ MRT. ກ່ອນໜ້ານັ້ນໄດ້ຂີ່ລົດໄຟຟ້າໃຕ້ດິນພຽງແຕ່ເມື່ອໄປຕ່າງປະເທດເທົ່ານັ້ນ. ຂ້າພະເຈົ້າຢູ່ຊານເມືອງ Jakarta, ສະນັ້ນ ແຕ່ລະວັນຕ້ອງເສຍເວລາກວ່າ 1 ຊົ່ວໂມງ ຈິ່ງໄປຮອດເຂດໃຈກາງເມືອງ. ແຕ່ເມື່ອຂີ່ລົດໄຟຟ້າໃຕ້ດິນ MRT ຂ້າພະເຈົ້າບໍ່ຕ້ອງເປັນຫ່ວງເຖິງສະພາບລົດຕິດອີກ”.ປະຊາຊົນຢູ່ນະຄອນຫຼວງຕີລາຄາວ່າ ນີ້ແມ່ນລະບົບຄົມມະນາຄົມສາທາລະນະທີ່ມີປະສິດທິພາບ, ໄປຄຽງຄູ່ກັບລະບົບລົດເມຄວາມໄວສູງ transjakarta (BRT). ແຕ່ລົດໄຟຟ້າໃຕ້ດິນ MRT ແມ່ນດີເລີດ ເພາະວ່າມັນປອດໄພກວ່າ, ສະອາດກວ່າ, ໄວກວ່າ ແລະ ທັນສະໄໝກວ່າ.
ລະບົບລົດໄຟຟ້າໃຕ້ດິນນີ້ ໄດ້ກໍ່ສ້າງດ້ວຍແຫຼ່ງທຶນກູ້ຢືມຈາກອົງການ JICA ຂອງ ຍີ່ປຸ່ນ ແລະ ກໍແມ່ນເຈົ້າຂອງຫຼັກຮັບເໝົາໂຄງການດັ່ງກ່າວ. MRT ຖືກບັນຊາດ້ວຍລະບົບສັນຍານທີ່ລະອຽດແຍບຍົນທີ່ສຸດ, ເຊິ່ງຍັງບໍ່ທັນໄດ້ນຳໃຊ້ຢູ່ຍີ່ປຸ່ນ. ລະບົບດັ່ງກ່າວ ສາມາດຈັບຈຸດພິກັດຂອງລົດໄຟຟ້າໃຕ້ດິນ ແລະ ຮັບປະກັນວ່າມັນກຳລັງແລ່ນຖືກຕ້ອງຕາມລະດັບຄວາມໄວ 100 ກິໂລແມັດ/ຊົ່ວໂມງ ແລະ ໄປຖືກຕ້ອງຕາມເສັ້ນທາງ. 10 ນາທີ, ຈະມີລົດໄຟຟ້າໜຶ່ງຖ້ຽວ ທີ່ມີ 6 ຕູ້, ເຊິ່ງໂດຍສານໄດ້ປະມານ 1900 ຄົນ ຕໍ່ຖ້ຽວໃນຈຸດເວລາຮີບດ່ວນຂອງວັນ. ດ້ວຍຍອດຈຳນວນເງິນລົງທຶນໃຫ້ແກ່ໄລຍະທຳອິດ ແມ່ນ 1,2 ຕື້ USD. ທ່ານ Masafumi Ishii ເອກອັກຄະລັດຖະທູດ ຍີ່ປຸ່ນ ຢູ່ ອິນໂດເນເຊຍ ແບ່ງປັນວ່າ:
“ໄລຍະທີໜຶ່ງຂອງ MRTJakarta ໄດ້ກໍ່ສ້າງສຳເລັດ ແມ່ນບາດກ້າວເດີນເລີ່ມຕົ້ນໃຫ້ແກ່ການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ອິນໂດເນເຊຍ. ການຮ່ວມມືນີ້ ຍັງຄົງຈະສືບຕໍ່ດ້ວຍການກໍ່ສ້າງລະບົບລົດໄຟຟ້າຢູ່ທາງທິດຕາເວັນອອກສ່ຽງເໜືອ ທີ່ມີຄວາມຍາວແມ່ນ 200 km ພາຍໃນເວລາ 10 ປີ ຈະມາເຖິງ. ແນ່ນອນວ່າ ລົດໄຟຟ້າໃຕ້ດິນ MRT ຈະຫຼຸດຜ່ອນສະພາບການລົດຕິດຢູ່ Jakarta ແລະ ຊຸກຍູ້ເສດຖະກິດ ອິນໂດເນເຊຍ ໃຫ້ພັດທະນາ. MRTJakarta ເອງ ແມ່ນສັນຍາລັກແຫ່ງການຮ່ວມມືລະຫວ່າງ ຍີ່ປຸ່ນ - ອິນໂດເນເຊຍ”.
ນີ້ແມ່ນແຜນການຈຸດສຸມໃນການພັດທະນາພື້ນຖານໂຄງລ່າງຂອງ ອິນໂດເນເຊຍ ໃນສະໄໝ ຂອງທ່ານ Joko Widodo ປະທານາທິບໍດີ ຄົນປັດຈຸບັນ.
ຕາມແຜນການແລ້ວ, ພາຍຫຼັງສິ້ນສຸດພິທີເປີດສະຫຼອງເສັ້ນທາງລົດໄຟຟ້າໃຕ້ດິນ MRT ທຳອິດ, ໄລຍະທີສອງຂອງລະບົບນີ້ ກໍ່ຈະໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ. ໄລຍະທີສອງຂອງການກໍ່ສ້າງເສັ້ນທາງລົດໄຟຟ້າໃຕ້ດິນມີຄວາມຍາວ 8 km ເຊື່ອມຕໍ່ໃຈກາງນະຄອນກັບເຂດທາງທິດເໜືອ, ເຊິ່ງປັດຈຸບັນມີສະໜາມບິນສາກົນ Soekarno Hatta. ຄາດວ່າເສັ້ນທາງລົດໄຟຟ້າດັ່ງກ່າວຈະກໍ່ສ້າງສຳເລັດໃນປີ 2024./.
(ແຫຼ່ງຄັດຈາກ VOV)