• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລົງມືກໍ່ສ້າງໂຮຽຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ

      ວັນທີ 05 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ, ພາກກາງຂອງລາວ,  ໄດ້ເລີ່ມລົງມືກໍ່ສ້າງ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ມີມູນຄ່າ 5 ລ້ານ USD, ເຊິ່ງແມ່ນຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງໄດ້ມອບໃຫ້ຝ່າຍລາວໃນຂອບເຂດການຢ້ຽມຢາມສັນຖະໄມຕີລາວ ຢ່າງເປັນທາງການຂອງທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ສິງຫາ 2021.
ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊິບຕົວແບບມິດຕະພາບ ຫວຽດນາມ - ລາວ  (ພາບ: TTXVN)
              ກ່າວຄຳເຫັນຢູ່ພິທີ, ທ່ານ ນາງ ວູຕູແອວງ, ທີ່ປືກສາສະຖານທູດ ຫວຽດນາມປະຈຳ ລາວ, ເນັ້ນໜັກວ່າໂຄງການກໍ່ສ້າງໄດ້ສະແດງໃຫ້ເຫັນຄວາມຕັດສີນໃຈຂອງການນຳຂອງສອງພັກ, ສອງລັດ ທີ່ມີຕໍ່ພາລະກິດການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງປະເທດລາວເວົ້າລວມ, ຂອງ ແຂວງຄຳມ່ວນ ເວົ້າສະເພາະ. ຂອງຂວັນນີ້ແມ່ນການຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຂອງການນຳພັກ, ລັດ ຫວຽດນາມ ຕໍ່ລຸ້ນໜຸ່ມຂອງລາວ ຫວັງວ່າລຸ້ນໜຸ່ມນີ້ຈະໄດ້ປະກອບຄວາມຮູ້ດີທີ່ສຸດເພື່ອສ້າງສາປະເທດລາວ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ ແລະ ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
        ສ່ວນຝ່າຍລາວ, ທ່ານວັນໄຊ ພົງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ເນັ້ນໜັກວ່ານີ້ແມນໂຄງການສຳຄັນໃນການພັດທະນາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ແຂວງຄຳມ່ວນຊຶ່ງ ໄດ້ກໍ່ສ້າງໃນເນື້ອທີ່ 3,7 ເຮັກຕາ, ໂຮຽຮຽນແຫ່ງນີ້ ຈະເປັນໂຮຽຮຽນແຫ່ງທຳອິດຢູ່ ແຂວງຄຳມ່ວນ ທັງຮຽນ ແລະ ທັງສອນວິຊາຊີບໄປພ້ອມໆກັນ.
(ແຫຼ່ງຄັດຈາກ VOV)
 

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top