• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ, ໄທ ເປີດຊົ່ວຄາວດ່ານຊາຍແດນຄືນໃໝ່ ເພື່ອຊຸກຍູ້ເສດຖະກິດ

      ລັດຖະບານ ລາວ ພວມເປີດຊົ່ວຄາວດ່ານຊາຍແດນທ້ອງຖິ່ນບາງແຫ່ງຄືນໃໝ່ ແນໃສ່ຟື້ນຟູເສດຖະກິດ ແລະ ຫລຸດຜ່ອນບັນດາຜົນກະທົບຈາກໂລກລະບາດໂຄວິດ-19 ລົງ. 

ດ່ານຊາຍແດນລະຫວ່າງ ລາວ ແລະ ຫວຽດນາມ (ພາບ: Bestpricetravel)
      ຕາມໜັງສືພິມ Vientiane Times, ສະບັບອອກວັນທີ 26 ຕຸລາ, ເລື່ອງຍົກເລີກບາງການຈຳກັດ ຈະຊ່ວຍປັບປຸງການແລກປ່ຽນຄ້າຂາຍຜ່ານຊາຍແດນລະຫວ່າງ 4 ທ້ອງຖິ່ນຂອງ ລາວ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.
        ແລະກໍ່ໃນວັນດຽວກັນ, ອຳນາດການປົກຄອງແຂວງ Tak ຢູ່ເຂດຊາຍແດນພາກເໜືອຂອງ ໄທ ກໍ່ປະກາດວ່າ ເລີ່ມແຕ່ວັນທີ 27 ຕຸລາ ຈະຟື້ນຟູການເຄື່ອນໄຫວຂົນສົ່ງສິນຄ້າຜ່ານຂົວມິດຕະພາບໄທ - ມຽນມາ ເຊື່ອມຕໍ່ລະຫວ່າງ 2 ປະເທດຄືນໃໝ່.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top