• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງ ເມື່ອຕອນບ່າຍຂອງວັນທີ 24 ມີນາ 2020 ວ່າ: ໄດ້ກວດພົບກໍລະນີຢັ້ງຢືນຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ແລ້ວ 2 ຄົນ ຊຶ່ງຄົນເຈັບທັງ 2 ຄົນ ອາໄສຢູ່ນະຄອນຫລວງວຽງຈັນ. ປັດຈຸບັນ ກຳລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຕາມລະບຽບ ແລະ ມາດຕະຖານສາກົນ. ຂະນະດຽວກັນ ໄດ້ເນັ້ນໃຫ້ທຸກຄົນ ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເດັດ ຂາດ.

ສຳລັບກໍລະນີທຳອິດ ເປັນເພດຍິງ ອາຍຸ 36 ປີ, ສັນຊາດລາວ, ອາຊີບພະນັກງານນຳທ່ຽວ,  ກ່ອນໜ້ານີ້ຜູ້ກ່ຽວ ນຳພາກຸ່ມນັກທ່ອງທ່ຽວຈາກຢູໂຣບ ທີ່ເດີນທາງມາ ສປປ ລາວ ໃນວັນທີ 7 ມີນາ ແລະ ໄປທ່ຽວຫລາຍສະຖານທີ່ ໃນນະຄອນຫລວງ ວຽງຈັນ ໃນວັນທີ 8 ມີນາ 2020, ຈາກນັ້ນ ກໍໄປວັງວຽງ, ໄປທ່ຽວຫລວງພະບາງ ແລະ ບ່ອນອື່ນໆ. ຫລັງຈາກນັ້ນ ກຸ່ມນັກທ່ອງທ່ຽວດັ່ງກ່າວ ໄດ້ເດີນທາງໄປກຳປູເຈຍ ແລະ ມີການກວດສອບໂດຍທາງການກຳປູເຈຍ ແລ້ວພົບວ່ານັກທ່ອງທ່ຽວໃນກຸ່ມນີ້ ຕິດ ເຊື້ອໂຄວິດ-19 ຈຶ່ງໄດ້ແຈ້ງຫາທາງການລາວ ປະສານຫາຜູ້ຕິດເຊື້ອ ເພື່ອກວດສອບຫາເຊື້ອຕົວຈິງ. ສ່ວນກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມແຫ່ງໜຶ່ງ ໃນນະຄອນຫລວງວຽງຈັນ. ກ່ອນທີ່ຈະຢັ້ງຢືນວ່າຕິດເຊື້ອ ໄດ້ ເດີນທາງໄປສຳມະນາ ຢູ່ທີ່ປະເທດໄທ ແລະ ເດີນທາງກັບຈາກໄທມາລາວ ໃນວັນທີ 9 ມີນາ ຜ່ານສະໜາມບິນສາກົນວັດໄຕ ແລ້ວໄດ້ຕິດຕາມອາການ ບໍ່ໄດ້ອອກໃສ. ພ້ອມນີ້ ຜູ້ກ່ຽວແມ່ນບໍ່ມີປະຫວັດສຳຜັດກັບໃຜ ແລະ ບໍ່ໄດ້ມີພະຍາດປະຈຳໂຕ. ພາຍຫລັງ ຜູ້ກ່ຽວມີອາການໄອ, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ ຈຶ່ງໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ຜົນກວດກໍອອກມາວ່າຜູ້ກ່ຽວຕິດເຊື້ອ.

ພາຍຫລັງທີ່ໄດ້ຮັບຊາບຜົນການກວດແລ້ວ ຄົນເຈັບທັງສອງ ແມ່ນໄດ້ຖືກແຍກປ່ຽວ ຢູ່ໂຮງໝໍມິດຕະພາບ ໂດຍໄດ້ມີຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງ ມີອາການຢູ່ໃນຂອບເຂດທີ່ດີ. ພ້ອມນີ້ ທາງເຈົ້າໜ້າທີ່ໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃຫ້ຊິດ ແລະ ປະຕິບັດມາດຕະການຈຳກັດການແຜ່ລະບາດຂອງພະຍາດ. ນີ້ແມ່ນ 2 ກໍລະນີທຳອິດ ຂອງລາວວ່າຕິດເຊື້ອໂຄວິດ-19 ໂດຍ ກ່ອນໜ້ານີ້ ມີພຽງກໍລະນີສົງໄສ ເຊິ່ງມີຈຳນວນ 131 ຄົນ ແຕ່ຜ່ານການກວດຫາເຊື້ອເຫັນວ່າ 129 ຄົນເປັນຜົນລົບ. ຂະນະທີ່ສະຖານະການຕິດເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນໄດ້ແຜ່ລະບາດແລ້ວ ໃນຫລາຍກວ່າ 194 ປະເທດ ແລະ ມີຜູ້ຕິດເຊື້ອສະສົມ ລວມກວ່າ 377.000 ຄົນ.
(ແຫຼ່ງຄັດຈາກ KPL)

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ແນະ​ນຳ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຂອງ​ຊາດ ຫວຽດ​ນາມ ເຖິງ​ມະ​ຫາ​ຊົນ ລາວ

ງານວາງສະແດງພາຍຖ່າຍສະເຫຼີມສະຫຼອງ 50 ປີ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 197 5 – 30 ເມສາ 2025) ໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ຈັດຂຶ້ນໃນວັນທີ 22 ເມສາ ຢູ່ນະຄອນຫຼວງ ວຽງຈັນ

Top