• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວ​ກາຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ທີ່​ຈະ​ແຈ້ງ, ມີ​ສະ​ຖຽນ​ລະ​ພາບ, ປອດ​ໄພ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ

ຕອນ​ເຊົ້າ​ວັນ​ທີ 17 ກໍ​ລະ​ກົດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາວ​ກາຍ ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ແຂວງ​ ລາວ​ກາຍ​ ປີ 2026 ດ້ວຍ​ຫົວ​ຂໍ້ “ລາວ​ກາຍ - ເຊື່ອມ​ຕໍ່​ພັດ​ທະ​ນາ - ສີ​ຂຽວ ແລະ ຍືນ​ຍົງ”, ແນ​ໃສ່​ແນະ​ນຳ​ກຳ​ລັງ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ບັນ​ດາ​ໂອ​ກາດ​ລົງ​ທຶນ​ທີ່​ດູດ​ດື່ມ​ໃນ​ບໍ​ລິ​ເວນ​ແຂວງ.
  ທ່ານ ເຢືອງກວັກ​ຮຸຍ ເລ​ຂາ​ຄະ​ນະ​ພັກ​ແຂວງ ລາວ​ກາຍ ກ່າວ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ (ພາບ: VNA)  

ເຂົ້າ​ຮ່ວມ ແລະ ຊີ້​ນຳ​ທີ່ກອງ​ປະ​ຊຸມ, ທ່ານ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສະ​ເໜີ​ວ່າ ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ ຄົ້ນ​ຄວ້າ, ລົງ​ທຶນ​ເຂົ້າ 5 ຂົງ​ເຂດ​ປາຍ​ແຫຼມ​ ເຊິ່ງ​ທ້ອງ​ຖິ່ນ​ມີ​ທ່າ​ໄດ້​ປຽບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄື: ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ການ​ບໍ​ລິ​ການ logistics ແລະ ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ; ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ເລິກ ແລະ ພະ​ລັງ​ງານ​ທົດ​ແທນ; ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ລະ​ດັບ​ສາ​ກົນ ແລະ ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ; ພັດ​ທະ​ນາ​ກະ​ສິ​ກຳ​ຊີ​ວະ​ພາບ​ທີ່​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ; ພັດ​ທະ​ນາ​ຕົວ​ເມືອງ, ການ​ບໍ​ລິ​ການ​ພັກ​ເຊົ່າ​ທີ່​ທັນ​ສ​ະ​ໄໝ, ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ສີ​ສັນ.

ສ່ວນທ່ານ ເຢືອງກວັກ​ຮຸຍ ເລ​ຂາ​ຄະ​ນະ​ພັກ​ແຂວງ ລາວ​ກາຍ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ:

“ດ້ວຍ​ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ “ຜົນ​ສຳ​ເລັດ​ຂອງວິ​ສາ​ຫະ​ກິດ ແມ່ນ​ຜົນ​ສຳ​ເລັດ​ຂອງ​ທ້ອງ​ຖິ່ນ” ແລະ ທິດ​ນຳ “ວິ​ສາ​ຫະ​ກິດ​ຈະ​ເລີນເຕີບ​ໂຕ - ລາວກາຍ ພັດ​ທະ​ນາ”, ພວກ​ຂ້າ​ພະ​ເຈົ້າ​ໃຫ້​ຄໍ​າ​ໝັ້ນ​ສັນ​ຍາ​ສ້າງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ທີ່​ຈະ​ແຈ້ງ, ມີ​ສະ​ຖຽນ​ລະ​ພາບ, ມີ​ຄວາມ​ປອດ​ໄພ, ສະ​ດວກ, ເພື່ອ​ໃຫ້​ນັກ​ລົງ​ທຶນ​ແຕ່​ລະ​ຄົນ ເມື່ອ​ມາ ລາວກາຍ ລ້ວນ​ແຕ່​ຮູ້​ສຶກ​ໄດ້​ເຖິງ​ການ​ຮ່ວມ​ເດີນ​ທາງ​ດ້ວຍ​ການ​ກະ​ທຳ, ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດ້ວຍ​ໝາກ​ຜົນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ດ້ວຍ​ບັນ​ດາ​ຄຸນ​ຄ່າ​ທີ່​ໄດ້​ສ້າງ​ຕັ້ງ​ມາ​ແຕ່​ດົນ​ນານ”.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2026

ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ ປີ 2026

ງານ​ຕ​ະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ 2026 (VIETLAO – EXPO 2026) ພວມ​ດຳ​ເນີນ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ລາວ ນັບ​ແຕ່​ນີ້​ຮອດ​ວັນ​ທີ 20 ກໍ​ລະ​ກົດ​.

Top