• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາວສະເຫຼີມສະຫຼອງວັນຊາດຄົບຮອບ 42 ປີ.

      ວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເປັນປະທານການພົບປະກັບຄະນະທູຕານຸທູດເນື່ອງໃນໂອກາດສະເຫຼີມສະຫຼອງ 42 ປີແຫ່ງວັນຊາດລາວ (ວັນທີ 2 ທັນວາປີ 1975-ວັນທີ 2 ທັນວາປີ 2017)
ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ບຸນຍັງ ວໍລະຈິດ ກ່າວຄຳເຫັນທີ່ການພົບປະກັບຄະນະທູຕານຸທູດ
      ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ເນັ້ນໜັກວ່າ ປີ 2017 ແມ່ນປີທີ່ມີຄວາມໝາຍສຳຄັນສຳລັບລາວ, ເພາະວ່າ ນີ້ແມ່ນປີທີ 2 ແຫ່ງການປະຕິບັດບັນດາເປົ້າໝາຍທີ່ໄດ້ລະບຸໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນການ 5 ປີຄັ້ງທີ 8. ຕາມ ທ່ານເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລ້ວ, ປະຈຸບັນ, ລາວພວມສຸມໃສ່ຜັນຂະຫຍາຍຫຼາຍມາດຕະການເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອແນໃສ່ນຳປະເທດລາວພັດທະນາຢ່າງຈະເລີນວັດທະນາຖາວອນ.                        
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top