• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍ​ການ​ສິ​ລະ​ປະ “ຊື່​ຂອງ​ເພິ່ນ​ຮຸ່ງແຈ້ງ​ຕະຫຼອດ​ການ”: ວິ​ວັດ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ ແລະ ຄວາມ​ຄາດ​ຫວັງ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 136 ປີ (19 ພຶດ​ສະ​ພາ 1890 – 19 ພຶດ​ສະ​ພາ 2026), ຕອນ​ຄໍ່​າ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ສູນ​ສິ​ລະ​ປະ​ ເອົາ​ເກີ (ຮ່າ​ໂນ້ຍ) ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທາງ​ການ​ເມືອງພາຍ​ໃຕ້​ຫົວ​ຂໍ້ “ຊື່​ຂອງ​ເພິ່ນ​ຮຸ່ງແຈ້ງ​ຕະຫຼອດ​ການ”.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ລາຍ​ການ  

ລາຍ​ການ​ດັ່ງ​ກ່າວ​ປະ​ກອບ​ມີ 3 ພາກ: “ປະ​ທານ ໂຮ່​ຈີ​ມິນ ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ”, ໂດຍວາດ​ພາບ​ຄືນ​ການ​ເດີນ​ທາງ​ເລີ່ມ​ຈາກ​ໝູ່​ບ້ານ​ແຊນ - ບ້ານ​ເກີດ​ເມືອງນອນ​ຂອງ​ເພິ່ນ, ຄວາມຮັກ​ລະ​ຫວ່າງ​ແມ່ ແລະ ລູກ​ ແລະ ຈຸດ​ເວ​ລາ​ອຳ​ລາ; “​ແສງ​ສະ​ຫວ່າງ​ພາ​ທາງ” ສຸ​ມ​ໃສ່​ການ​ເຊີດ​ຊູ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ແລະ ເສັ້ນ​ທາງ​ປະ​ຕິ​ວັດ ແລະ “ຫວຽດ​ນາມ ຈົດ​ຈຳ​ຄຳ​ສັ່ງ​ສອນ​ຂອງ​ເພິ່ນ” ຢັ້ງ​ຢືນ​ຜົນ​ງານ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ ຫວຽດ​ນາມ ທີ່​ພັດ​ທະ​ນາ​ຕາມ​ເສັ້ນ​ທາງ​ປະ​ທານ ໂຮ່​ຈີ​ມິນ ໄດ້​ເລືອກ​ເຟັ້ນ, ແຜ່​ກະ​ຈາຍ​ຈິດ​ໃຈ​ເຊື່ອມ​ໂຍງ. ເມື່ອ​ຮັບ​ຊົມ​ລາຍ​ການ, ບັນ​ດາ​ນ້ອງ​ນັກ​ຮຽນ, ແບ່ງ​ປັນ​ວ່າ:

“ນ້ອງ​ຊື່​ວ່າ​ລິງ, ນ້ອງ​ດຳ​ລົງ​ຊີ​ວິດ​ຢູ່ ຮ່າ​ໂນ້ຍ. ມື້​ນີ້ ໄດ້​ຮັບ​ຊົມ​ລາຍ​ການ​ສິ​ລະ​ປະ ຊື່​ຂອງ​ເພິ່ນ​​ຮຸ່ງແຈ້ງ​ຕະຫຼອດ​ການ ນ້ອງ​ຮູ້​ສຶກ​ຕື້​ນ​ຕັ້ນ​ໃຈ​ທີ່​ສຸດ”.

“ນ້ອງ​ຊື່​ວ່າ ຫງວຽນ​ທູກ​ແອັງ, ນັກ​ຮຽນ​​ຊັ້ນມໍ 1 ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ຕົ້ນ ເຟືອງ​ລຽດ. ນ້ອງ​ຮູ້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ ເພາະ​ວ່າ ໄດ້​ສະ​ແດງ​ໃນ​ລາຍ​ການ​ນີ້. ນ້ອງ​ພະ​ຍາ​ຍາມ​ສະ​ແດງ​ໃຫ້​ດີ​ທີ່​ສຸດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ຕົນ​ທີ່​ມີ​ຕໍ່​ລຸງ​ໂຮ່”.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top