• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ”

ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫຼວງ ຂອງບັນດາຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ ຫວຽດນາມ.

ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາ ກ່າວຄຳເຫັນທີ່ພິທີ

“ການຂົນຂວາຍ ແລະ ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງຕ້ອງກາຍເປັນໜ້າທີ່ສຳຄັນ ແລະ ເປັນປະຈຳ, ພິເສດແມ່ນສຳລັບກຳລັງປະກອບອາວຸດ, ຄະນະພັກ, ອຳນາດການປົກຄອງໃນເຂດຊາຍແດນ”. ທ່ານ ເຈິ່ນກວັກເວື້ອງ, ຜູ້ປະຈຳການຄະນະເລຂາໄດ້ເນັ້ນໜັກຄືແນວນັ້ນທີ່ລາຍການ “ບ່ອນເພິ່ງພາອາໄສຂອງໝູ່ບ້ານ” ໂດຍວາລະສານ ກອມມູນິດສົມທົບກັບຄະນະກຳມະການຊົນເຜົ່າ, ກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງໃນຕອນຄ່ຳວັນທີ 21 ທັນວາ, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນທີ່ພິທີເຊີດຊູ, ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫຼວງ ຂອງບັນດາຜູ້ມີອິດທິພົນຊື່ສຽງໃນປະຊາຄົມບັນດາເຜົ່າສ່ວນໜ້ອຍ ຫວຽດນາມ. ພິເສດແມ່ນການປະກອບສ່ວນເຂົ້າໃນການປົກປັກຮັກສາອຳນາດອະທິປະໄຕຜືນແຜ່ນດິນ, ການປ້ອງກັນຊາຍແດນແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊາຍແດນ. ທ່ານຜູ້ປະຈຳການຄະນະເລຂາ ເຈິ່ນກວັກເວື້ອງ ເນັ້ນໜັກວ່າ:

        “ບັນດາຜູ້ທີ່ມີອິດທິພົນຊື່ສຽງແມ່ນຜູ້ທີ່ກຳແໜ້ນສະພາບການໃນບໍລິເວນໄດ້ດີທີ່ສຸດ, ມີຄວາມເຂົ້າໃຈດ້ານຮີດຄອງປະເພນີ, ພາສາຂອງປະຊາຊົນເຜົ່າສ່ວນໜ້ອຍ. ເຂົາເຈົ້າແມ່ນຂົວເຊື່ອມຕໍ່ແໜ້ນໜາລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງຂັ້ນຮາກຖານ, ລະຫວ່າງການຊີ້ນຳນຳພາຂອງພັກ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ເລື່ອງຂົນຂວາຍ ແລະ ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນຊື່ສຽງຕ້ອງກາຍເປັນໜ້າທີ່ສຳຄັນ ແລະ ເປັນປະຈຳ, ພິເສດແມ່ນສຳລັບກຳລັງປະກອບອາວຸດ, ຄະນະພັກ, ອຳນາດການປົກຄອງໃນບໍລິເວນເຂດຊາຍແດນ.”

        ທີ່ລາຍການນີ້ ຄະນະຈັດຕັ້ງໄດ້ເຊີດຊູຜູ້ແທນ 163 ຄົນເຊິ່ງເປັນຜູ້ທີ່ມີອິດທິພົນຊື່ສຽງດີເດັ່ນຂຶ້ນກັບ 45 ຊົນເຜົ່າສ່ວນໜ້ອຍຂອງບັນດາແຂວງ, ນະຄອນເຂດຊາຍແດນທາງບົກ ແລະ ທາງທະເລ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top