
ຄະນະພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ (ພາບ: TTXVN)
ລາຍການທີ່ໄດ້ຈັດຂຶ້ນໃນທຸກໆປີນີ້ ໄດ້ກາຍເປັນເຫດການໃຫຍ່, ໄດ້ຮັບຄວາມລໍຄອຍຈາກປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ. ຕີລາຄາກ່ຽວກັບຄວາມໝາຍຂອງລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ຮູ້ວ່າ:
“ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນແມ່ນລາຍການທີ່ມີຄວາມໝາຍສຳລັບພໍ່ແມ່ປະຊາຊົນທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ. ປີນີ້ ແມ່ນປີທີ 12 ທີ່ລາຍການໄດ້ຮັບການຈັດຕັ້ງຂຶ້ນ. ກ່ອນອື່ນໝົດ ມັນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດເຮົາຕໍ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ບົນເນື້ອໃນຈິດໃຈແມ່ນປະຊາຄົມບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນແຫຼ່ງກຳລັງ. ສິ່ງພິເສດແມ່ນພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດມີໂອກາດໄດ້ພົບປະກັບການນຳພັກ, ລັດ, ທ້ອງຖິ່ນ ເພື່ອສະເໜີຄວາມໃນໃຈ, ຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຕົນ ແລະ ຊອກຮູ້ກາລະໂອກາດການລົງທຶນ, ດຳເນີນທຸລະກິດຢູ່ພາຍໃນປະເທດ.”
(ແຫຼ່ງຄັດຈາກ VOV)