• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ Beyern (ເຢຍລະມັນ) ປຶກສາຫາລືກ່ຽວກັບບັນດາກາລະໂອກາດດ້ານການຄ້າຈາກ EVFTA ກັບ ຫວຽດນາມ

      ວັນທີ 27 ຕຸລາ, ສະຫະສະມາຄົມເສດຖະກິດລັດ Beyern (VBW) ໄດ້ສົມທົບກັບສະຫະສະມາຄົມເຄື່ອງໂລຫະ-ໄຟຟ້າກົນຈັກລັດ Beyern (Bayme VBM) ຈັດກອງປະຊຸມສຳມະນາຜ່ານທາງອອນລາຍກ່ຽວກັບບັນດາກາລະໂອກາດຂອງສັນຍາການຄ້າເສລີງະຫວ່າງ  ຫວຽດນາມ - ສະຫະພາບເອີລົບ (EVFTA) ສຳລັບບັນດາວິສາຫະກິດຂອງລັດອຸດສາຫະກຳທີ່ມີເສດຖະກິດຂະຫຍາຍຕົວແຮງຂອງ ເຢຍລະມັນ.

(ພາບປະກອບ: TTXVN)
      ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມລ້ວນແຕ່ເຫັນດີຕີລາຄາວ່າ EVFTA ແມ່ນບາດກ້າວສຳຄັນສຳລັບບັນດາວິສາຫະກິດ ເອີລົບ, ເຢຍລະມັນ ແລະ ລັດ Beyern ກໍໍ່ຄືກັບບັນດາວິສາຫະກິດ ຫວຽດນາມ, ພ້ອມທັງໃຫ້ຮູ້ວ່າ ສາມາດຮັບຮູ້ໄດ້ບັນດາຜົນກະທົບທີ່ຕັ້ງໜ້າເຊິ່ງ EVFTA ນຳມາໃຫ້.
            ທ່ານ Bertram Brossardt ຜູ້ອຳນວຍການບໍລິການ (CEO) VBW ຖືວ່າ ຫວຽດນາມ ນັບມື້ນັບກາຍເປັນສະຖານທີ່ລົງທຶນອັນດູດດື່ມ ແລະ ມີຄວາມໝາຍໃຫຍ່ດ້ານເສດຖະກິດສຳລັບບັນດາວິສາຫະກິດລັດ Beyern ນັບທັງເມື່ອ ຫວຽດນາມ ຍັງບໍ່ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງ  Beyern.
            ທ່ານ Brossardt ເນັ້ນໜັກວ່າ ໃນສະພາບການເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນໃນທົ່ວໂລກ, ເລື່ອງພ້ອມກັບບັນດາຄູ່ຮ່ວມມືມຸ່ງໄປເຖິງບັນດາຕະຫຼາດເປີດກັບບັນດາເງື່ອນໄຂລົງທຶນທີ່ດີແມ່ນລ້ວນແຕ່ຖືກຕ້ອງ. EVFTA ຈະເປີດບັນດາກາລະໂອກາດສຳຜັດກັບຕະຫຼາດໃໝ່ໃຫ້ແກ່ບັນດາວິສາຫະກິດສອງຝ່າຍ, ບໍ່ພຽງແຕ່ຊ່ວຍນຳມາເຊິ່ງຄວາມວັດທະນາຖາວອນເທົ່ານັ້ນແຕ່ຍັງຊ່ວຍຊຸກຍູ້ການຄ້າສາກົນຕື່ມອີກ. ດ້ວຍສັນຍານີ້, ບັນດາວິສາຫະກິດ Beyern ຈະມີກາລະໂອກາດຊອກຫາຖານະບົດບາດທີ່ດີກວ່າຢູ່ຕະຫຼາດພວມພັດທະນາຄື ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top