• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ເຊຍ ແລະ ຈີນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ອອກໃນວັນທີ 30 ມັງກອນ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊື້ອເຊີນທ່ານປະທານປະເທດ ຈີນ ສິຈິ້ນຜິງ ມາຢ້ຽມຢາມລັດເຊຍ ໃນລະດູບານໃໝ່ປີນີ້.
  ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສິຈິ້ນຜິງ (ພາບ: AFP/TTXVN)  

ການຢ້ຽມຢາມລັດເຊຍ ຂອງທ່ານປະທານປະເທດ ຈີນ ສິຈິ້ນຜິງ ຈະແມ່ນເຫດການຈຸດສຸມໃນການພົວພັນລະຫວ່າງສອງປະເທດໃນປີນີ້. ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ອອກໃນວັນທີ 30 ມັງກອນ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊື້ອເຊີນທ່ານປະທານປະເທດ ຈີນ ສິຈິ້ນຜິງ ມາຢ້ຽມຢາມລັດເຊຍ ໃນລະດູບານໃໝ່ປີນີ້. ສອງຝ່າຍຈະເອົາໃຈໃສ່ເຖິງການຍົກສູງການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.

ລະອຽດແມ່ນ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ມົດສະກູ ຄາດວ່າຈະພ້ອມກັບ ປັກກິ່ງ ປົກປ້ອງສິດອຳນາດຂອງ ສປຊ, ເພີ່ມທະວີນ້ຳໃຈສາມັກຄີ ແລະ ການຮ່ວມມືໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (BRICS) ເລິກເຊິ່ງກ່ວາອີກ, ຊຸກຍູ້ການເຄື່ອນໄຫວຂອງອົງການຮ່ວມມືຊາງໄຮ (SCO), ປັບປຸງບົດບາດຂອງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).

ພ້ອມທັງສອງຝ່າຍຈະເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຄື: EAS (ກອງປະຊຸມສຸດຍອດ ອາຊີຕາເວັນອອກ), ARF (ເວທີປາໄສ ອາຊຽນ), ADMM+ (ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນເປີດກວ້າງ), ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຄືແມ່ນປັດໄຈໜຶ່ງທີ່ສຳຄັນຂອງໂຄງປະກອບໃນພາກພື້ນ ຢູ່ອາຊີຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ຫວຽດ​ນາມ-ຈີນ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແມັງ​ເໝີ້ນ ສະ​ເໜີ​ໃຫ້​ສອງ​ຝ່າຍ ຍົກ​ລະ​ດັບ​ການ​ເຊື່ອມ​ຕໍ່​ໂຄງ​ລ່າງ​ຍຸດ​ທະ​ສາດ ໂດຍ​ສະ​ເພາະ​ແມ່ນ​ຮ່ວມ​ມື​ດ້ານ​ລົດ​ໄຟ.

Top