• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວ​ຍ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ

ລັດຖະບານ ມີຄວາມເຂົ້າໃຈ ແລະ ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຄົມວິສາຫະກິດ, ນັກທຸລະກິດພວມປະເຊີນໜ້າໃນຕະຫຼອດໄລຍະ 2 ປີ ຜ່ານມາ ຍ້ອນໂລກລະບາດໂຄວິດ - 19. ລັດຖະບານ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍນະໂຍບາຍທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຫ້ອງວ່າການລັດຖະບານ ຫາກໍປະກາດໃຊ້ແຈ້ງການກ່ຽວກັບບົດສະຫຼຸບຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ທີ່ກອງປະຊຸມທາງໄກລະຫວ່າງ ນາຍົກລັດຖະມົນຕີ ກັບ ປະຊາຄົມວິສາຫະກິດ ແລະ ທ້ອງຖິ່ນຕ່າງໆ ກ່ຽວກັບມາດຕະການສືບຕໍ່ໜູນຊ່ວຍວິສາຫະກິດໃນສະພາບໂລກລະບາດໂຄວິດ - 19. ແຈ້ງການຊີ້ແຈ້ງວ່າ: ລັດຖະບານ ມີຄວາມເຂົ້າໃຈ ແລະ ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍເຊິ່ງປະຊາຄົມວິສາຫະກິດ, ນັກທຸລະກິດພວມປະເຊີນໜ້າໃນຕະຫຼອດໄລຍະ 2 ປີ ຜ່ານມາ ຍ້ອນໂລກລະບາດໂຄວິດ - 19. ລັດຖະບານ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍນະໂຍບາຍທັງປ້ອງກັນ, ຕ້ານໂລກລະບາດ, ທັງພັດທະນາເສດຖະກິດ. ເພື່ອປະຕິບັດເປົ້າໝາຍທັງປ້ອງກັນ, ທັງຕ້ານໂລກລະບາດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດຢ່າງມີປະສິດທິຜົນນັ້ນ ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຄົມວິສາຫະກິດ, ນັກທຸລະກິດ, ພ້ອມກັນມານະພະຍາຍາມ, ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈແກ້ໄຂຄວາມຫຍຸ້ງຍາກ, ຮັກສາຄວາມເຊື່ອໝັ້ນ, ຖືເອົາຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນກຳລັງໜູນເພື່ອບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈົ່ງສືບຕໍ່ປະຕິບັດໜ້າທີ່, ມາດຕະການທີ່ໄດ້ວາງອອກໃນມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານໃຫ້ຄົບຊຸດ ແລະ ມີປະສິດທິຜົນ, ຍາມໃດກໍຮ່ວມເດີນທາງ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ, ສ້າງວຽກເຮັດງານທຳ, ສ້າງລາຍຮັບເປັນປົກກະຕິໃຫ້ຊາວຜູ້ອອກແຮງງານ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top