• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເອົາໃຈໃສ່, ເບິ່ງແຍງດູແລໃຫ້ແກ່ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ທ່ານພົນເອກ ຟ້ານວັນຢາງ ສະເໜີໃຫ້ໝູ່ຄະນະພະນັກງານ, ພາລະກອນ ເສີມຂະຫຍາຍມູນເຊື້ອ, ຍົກສູງຄຸນນະພາບການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ
  ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: qdnd.vn)  

ວັນ​ທີ 18 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໂດຍ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ​ ​ນຳ​ໜ້າ​​ຜູ້​ແທນ, ໄປ​ມອບ​ຂອງ​ຂວັນ​ຢູ່​ສູນ​ເບິ່ງ​ແຍງ​ດູ​ແລ​ທະ​ຫານ​ເສຍ​ອົງ​ຄະ ຍໍ​ກວານ, ຂຶ້ນ​ກັບ​ສູນ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ ນິງ​ບິ່ງ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່​ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026).

ທີ່​ການ​ຢ້ຽມ​ຢາມ, ທ່ານ​ພົນ​ເອກ ຟ້ານ​ວັນ​ຢາງ ສະ​ເໜີ​ໃຫ້​ໝູ່ຄະ​ນະ​ພະ​ນັກ​ງານ, ພາ​ລະ​ກອນ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ; ພ້ອມ​ກັນ​ນັ້ນ​ປາດ​ຖະ​ໜາ​ວ່າ ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປວຍ​ຈົ່ງ​ຮັກ​ສາ​ສຸ​ຂະ​ພາບ, ໄຊ​ຊະ​ນະ​ຕໍ່​ພະ​ຍາດ, ສືບ​ຕໍ່​ແມ່ນ​ແບບ​ຢ່າງ​ໃຫ້​ແກ່​ລຸ້ນ​ໜຸ່ມ​ຮ່ຳ​ຮຽນ​ຕາມ. ທ່ານ​ພົນ​ເອກ​ເນັ້ນ​ໜັກ​ວ່າ ມູນ​ເຊື້ອ, ຫຼັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນ​ນ້ຳ”, ໃນ​ຊຸມ​ປີ​ຜ່ານ​ມາ, ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ພັກ, ລັດ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ໄດ້ ແລະ ພວມ​ມີ​ຫຼາຍ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ເປັນ​ຢ່າງ​ດີກວ່າ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງກຳລັງຕຳຫຼວດປະຊາຊົນຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ສ້າງກຳລັງຕຳຫຼວດປະຊາຊົນຕອບສະໜອງຄວາມຮຽກຮ້ອງໃນສະພາບການໃໝ່

ທ່ານຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ກະທັດລັດ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ໃນສະພາບການໃໝ່

Top