• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຄັດຄ້ານບັນດາການບຸກໂຈມຕີຢູ່ ຊີຣີ

ມົດສະກູ ກ່າວປະນາມຢ່າງຮຸນແຮງ ການບຸກໂຈມຕີດັ່ງກ່າວ, ໄດ້ກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ສະພາບການທີ່ພວມເຄັ່ງຕຶງຢູ່ເຂດດິນແດນ ຊີຣີ.
ສະພາບການປະທະກັນຢູ່ ຊີຣີ (ພາບປະກອບ: IRNA/TTXVN)

 ວັນທີ 03 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການຢູ່ ຊີຣີ, ທ່ານ Vasily Nebenzya, ຜູ້ຕາງໜ້າ ລັດເຊຍ ປະຈຳ ສະຫະປະຊາຊາດ ຖະແຫຼງວ່າ, ລັດເຊຍ ກ່າວປະນາມຢ່າງແຮງການບຸກໂຈມຕີໂດຍກຳລັງທະຫານກະບົດ Hayat Tahrir al-Sham ປະຕິບັດໃນຜືນແຜ່ນດິນ ຊີຣີ. ທ່ານເນັ້ນໜັກວ່າ, ມົດສະກູ ກ່າວປະນາມຢ່າງຮຸນແຮງ ການບຸກໂຈມຕີດັ່ງກ່າວ, ໄດ້ກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ສະພາບການທີ່ພວມເຄັ່ງຕຶງຢູ່ເຂດດິນແດນ ຊີຣີ.

ໃນວັນດຽວກັນ, ແຈ້ງການຂອງວັງ Kremlin ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປຶກສາຫາລືກ່ຽວກັບສະພາບການ “ປິນຂັ້ນໄດ” ຢູ່ ຊີຣີ ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ Tayyip Erdogan. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກເຖິງຄວາມຈຳເປັນຕ້ອງຢຸດຕິການກະທຳເຂົ້າມາຮຸກຮານຕ້ານລັດ ຊີຣີ. ສ່ວນທ່ານປະທານາທິບໍດີ Tayyip Erdogan ເນັ້ນໜັກວ່າ, ຕວັກກີ ສະໜັບສະໜູນສະພາບຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ ກໍຄືບັນດາຄວາມມານະພະຍາຍາມເພື່ອມາດຕະການແກ້ໄຂດ້ວຍຄວາມຍຸຕິທຳ ແລະ ຍາວນານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top