• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີ​ກະຊວງ​ອຸ​ດສາ​ຫະກໍາ ​ແລະ ການ​ຄ້າ ຫວຽດນາມ ​ໂອ້​ລົມ​ທາງ​ໂທລະສັບ​ກັບທ່ານ​ເລຂາທິການ​ໃຫຍ່ ອາຊຽນ

ຕອນເຊົ້າວັນທີ 6 ພຶດສະພາ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກ່ຽວກັບເລື່ອງຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ ພິເສດ ແລະ ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ ອາຊຽນ + 3 ພິເສດ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19.

ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi (ພາບ: ກະຊວງອຸດສາຫະກໍາ ແລະ ການຄ້າ)

ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ ຫວຽດນາມ ພວມມີຄວາມເອົາໃຈໃສ່ຢ່າງໃກ້ຊິດຕໍ່ການຮັບມືກັບຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຕໍ່ລະບົບສະໜອງ ແລະ ພື້ນຖານເສດຖະກິດຂອງພາກພື້ນໃຫ້ທັນການ. ດ້ວຍບົດບາດເປັນປະທານ ອາຊຽນ, ຫວຽດນາມ ສະໜັບສະໜູນ ແລະ ກຽມພ້ອມສ້າງເງື່ອນໄຂໃຫ້ແກ່ການແລກປ່ຽນໃນຂອບເຂດ ອາຊຽນ + 3 ແນໃສ່ວາງອອກແຜນການພື້ນຟູເສດຖະກິດ. ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກໍເຫັນດີເປັນເອກະພາບ ຈະຕິດຕາມຊຸກຍູ້ບັນດາປະເທດ ອາຊຽນ ພ້ອມກັບ 3 ປະເທດຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຕົກລົງເປັນເອກະພາບກ່ຽວກັບເນື້ອໃນຖະແຫຼງການຮ່ວມຂັ້ນລັດຖະມົນຕີ ອາຊຽນ + 3, ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ໂດຍໄວ ແລະ ຮັບຮອງເອົາໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງໃຫ້ຮູ້ວ່າ:

        “ໃນສະພາບການຂອງໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ໄດ້ສະແດງໃຫ້ເຫັນຈຸດອ່ອນຫຼາຍຈຸດຂອງພື້ນຖານເສດຖະກິດຂອງ ອາຊຽນ ກໍຄືການຕັດຕອນຂອງບັນດາລະບົບສະໜອງ ເຊິ່ງໃນນັ້ນ ບັນດາປະເທດ ອາຊຽນ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມ, ຮອດເວລາແລ້ວທີ່ ອາຊຽນ ຕ້ອງມາພະຍາມຢ່າງແຮງກວ່າ.  ກຸ່ມບັນດາປະເທດ ອາຊຽນ ກໍຄື ອາຊຽນ ກັບ ຄູ່ຮ່ວມມື ຕ້ອງມີບັນດານະໂຍບາຍໃໝ່ ທີ່ເໝາະສົມກວ່າ ໃນດ້ານການລົງທຶນ, ແຮງງານ, ເຕັກໂນໂລຢີ, ການຕະຫຼາດ, ການເງິນ ເພື່ອໃຫ້ພວກເຮົາຈັດຕັ້ງການຮ່ວມສໍາພັນລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືໄດ້ຢ່າງແໜ້ນແຟ້ນກວ່າ ເພື່ອປັບປຸງໂຄງສ້າງບັນດາລະບົບສະໜອງຄືນໃໝ່, ເພື່ອຮັບປະກັນຄວາມອາດສາມາດຮັບມືຂອງພື້ນຖານເສດຖະກິດ ອາຊຽນ ຍືນຍົງກວ່າ, ວ່ອງໄວກວ່າ ແລະ ມີປະສິດທິຜົນກວ່າ”. 
 

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top