• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດລັດເຊຍ ຮັບຮູ້ວ່າ ການເຈລະຈາສັນຕິພາບກັບຢູແກຼນ ບັນລຸຄວາມຄືບໜ້າ

ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.
  ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov (ພາບ: AFP/TTXVN)  

 ວັນທີ 1 ເມສາ,  ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ລັດເຊຍ ບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງ ໃນການເຈລະຈາສັນຕິພາບກັບ ຢູແກຼນ ແລະ ມົດສະກູ ພວມກະກຽມຄຳຕອບຂໍ້ສະເໜີຂອງ ກີແອບ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງການພົບປະກັບຄູ່ຮ່ວມຕຳແໜ່ງ ອິນເດຍ Subrahmanyam Jaishankar ຢູ່ນະຄອນຫຼວງ New Delhi, ທ່ານ Lavrov ຢືນຢັນວ່າ ຕ້ອງຮັກສາການເຈລະຈາຄັ້ງຕ່າງໆກັບ ຢູແກຼນ  ແລະ ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະໃຫ້ ອິນເດຍ ສວມບົດບາດເປັນກາງ ໃນການໄກ່ເກັ່ຍປອງດອງ ໃນວິກິດການ ຢູແກຼນ.

ໃນຂະນະນັ້ນ, ວັນທີ 1 ເມສາ,  ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ເນັ້ນໜັກວ່າ, ເລື່ອງ ຢູແກຼນ ບຸກໂຈມຕີສາງນ້ຳມັນດິບຢູ່ເຂດ Belgorod ຂອງລັດເຊຍ ແມ່ນບໍ່ໄດ້ຊ່ວຍສ້າງບັນຍາກາດທີ່ດີ ໃຫ້ແກ່ການຮັກສາການເຈລະຈາສັນຕິພາບກັບ ກີແອບ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top