• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດຈີນ-ຍີ່ປຸ່ນ-ສ.ເກົາຫຼີປຶກສາຫາລືຮັກສາການຮ່ວມມື3ຝ່າຍ

ລັດຖະມົນຕີການຕ່າງປະເທດ 3 ປະເທດ ຍີ່ປຸ່ນ, ຈີນ ແລະ ສ. ເກົາຫຼີ
(ພາບປະກອບຈາກ AFP/TTXVN)
       ວັນ​ທີ 23/8, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ, ຈີນ ​ແລະ ສ. ​ເກົາຫຼີ ​ເລີ່​ມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເປັນ​ເວລາ 2 ວັນ​ຢູ່​ນະຄອນຫຼວງ ​ໂຕ​ກຽວ ປະ​ເທດ ຍີ່ປຸ່ນ ​ໃນ​ສະພາບ​ການ​ມີ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວຂ້ອງ​ເຖິງ​ການຂັດ​ແຍ້​ງ​ຜືນ​ແຜ່ນດິນ, ລະບົບ​ສະກັດ​ກັ້ນ​ລູກສ​ອນ​ໄຟ​ຂອງ ອາ​ເມ​ລິ​ກາ ​ແລະ ບັນຫາ​ນິວ​ເຄຼຍ​ຂອງ ສປປ ​ເກົາຫຼີ. ການ​ພົບ​ປະລະ​ຫວ່າງ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ທ່ານ Fumio Kishida, ຄູ່​ຕຳ​ແໜ່​ງຂອງ ຈີນ ວາງ​ອີ ​ແລະ ຂອງ ສ. ​ເກົາຫຼີ ທ່ານ Yun Byung – Se ຄັ້ງ​ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທຳ​ອິດ​ລະຫວ່າງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ 3 ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ນັບ​ແຕ່​ເດືອນ 3/2015 ​ແລະ ​ເປັນ​ການ​ພົບ​ປະ​ຄັ້ງ​ທີ 8 ນັບ​ແຕ່​ໄດ້​ສ້າງ​ຕັ້ງກົນ​ໄກ 3 ຝ່າຍ​ນີ້. ນີ້​ກໍ່​​ເປັນ​ຄັ້ງ​ທຳ​ອິດທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ 3 ຝ່າຍ​ຖືກ​ດຳ​ເນີນ​ໄປ​ຢູ່ ​ໂຕ​ກຽວ ​ໃນ​ຮອບ​ເວລາ 5 ປີ​ຜ່ານ​ມາ. ຕາມ​ແຜນການ​ແລ​້ວ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈະ​ປຶກສາ​ຫາລື​ວິທີ​ການ​ຮັກສາ​ການ​ຮ່ວມ​ມື 3 ຝ່າຍ ​ແລະ ຊຸກຍູ້​ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເຂດ ອາຊີ​ຕາ​ເວັນ​ອອກ. ການ​ພົບ​ປະ​ກໍ່​ເພື່ອ​ແນ​​ໃສ່​ກະກຽມ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ, ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ (G20) ຢູ່​ຈີນ ​ໃນ​​ເດືອນ 9 ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top