• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປຕີລາຄາສູງຕໍ່ເລື່ອງ ຫວຽດນາມຈັດຕັ້ງສຳເລັດກອງປະຊຸມ ADMM ແລະ ADMM+

      ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Hen ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຫວຽດນາມ ໃນຖານະຕຳແໜ່ງເປັນປະທານໝູນວຽນອາຊຽນ 2020 ທີ່ໄດ້ຈັດຕັ້ງສຳເລັດກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກ້ວາງ (ADMM+).

ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) (ພາບ: TTXVN)
      ກ່າວຄຳເຫັນຫຼັງກອງປະຊຸມ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 10 ທັນວາ ກ່ຽວກັບບົດບາດ ແລະ ການປະກອບສ່ວນ ຂອງ ຫວຽດນາມໃນຖານະເປັນປະທານອາຊຽນໃນປີ 2020 ທີ່ເຕັມໄປດ້ວຍສິ່ງທ້າທາຍຈາກໂລກລະບາດໂຄວິດ - 19, ທ່ານ Ng Eng Hen ໄດ້ຕີລາຄາວ່າ ທັງສອງກອງປະຊຸມ ADMM ແລະ ADMM+ ລ້ວນແຕ່ປະສົບຜົນສຳເລັດ, ໄດ້ສ່ອງແສງໃຫ້ເຫັນເຈດຈຳນົງ ແລະ ຄຳໝັ້ນສັນຍາຂອງບັນດາສະມາຊິກ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ກ່ຽວກັບຄວາມສຳຄັນ ຂອງ ADMM ແລະ ADMM+, ກໍ່ຄືບົດບາດນຳພາດີທີ່ສຸດຂອງ ຫວຽດນາມ. ບາງໝາກຜົນສຳຄັນທີ່ບັນລຸໄດ້ ເປັນຕົ້ນແມ່ນໃນການຮັບມືກັບບັນດາໄພນາບຂູ່ດ້ານຄວາມໝັ້ນຄົງ, ໃນນັ້ນມີຂໍ້ລິເລີ່ມ “ຄູ່ດວງຕາຂອງພວກເຮົາ” (Our Eyes) ເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານໃນການຕ້ານການກໍ່ການຮ້າຍ.
        ໂດຍກ່ຽວຂ້ອງເຖິງຄວາມເຄັ່ງຕຶງໃນການເດີນເຮືອຢູ່ທະເລຕາເວັນອອກ, ບັນຫານີ້ ໄດ້ຮັບຄວາມເຫັນດີເຫັນພ້ອມວ່າ ຕ້ອງຍູ້ໄວການເຈລະຈາກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ແລະ COC ຕ້ອງອີງໃສ່ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS).
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top