• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄປຢ້ຽມຢາມແລະເຮັດວຽກຢູ່ແຂວງ ຄຳມ່ວນ

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ.


ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະປະຕິບັດງານ

ຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ


ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ວັນທີ 11 ກຸມພາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງ ໜອງບົກ, ເຊິ່ງແມ່ນເຂດເກັບຮັກສາບັນດາພາບຖ່າຍ, ວັດຖຸພັນທ່ີກ່ຽວຂ້ອງເຖິງປະທານໂຮ່ຈີມິນ ໃນໄລຍະເຄື່ອນໄຫວປະຕິວັດຢູ່ລາວ ກ່ອນທີ່ສ້າງຕັ້ງພັກ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ ເຂດອະນຸສອນສະຖານປະທານໂຮ່ຈີມິນ ໄດ້ຮັບການກໍ່ສ້າງຢູ່ທີ່ນີ້ແມ່ນສັນຍາລັກທາງດ້ານຈິດໃຈສາມັກຄີກັນສູ້ຮົບ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ 2 ຊາດຫວຽດນາມ - ລາວ ເຊິ່ງປະທານໂຮ່ຈີມິນ ແລະ ປະທານສຸພານຸວົງ, ປະທານໄກສອນ ພົມວິຫານ ກໍ່ຕັ້ງ ແລະ ເພີ່ມພູມຄຸນສ້າງ.

          ເມື່ອພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ສະເໜີໃຫ້ພໍ່ແມ່ປະຊາຊົນສືບຕໍ່ສາມັກຄີກັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການພັດທະນາເສດຖະກິດ, ສ້າງຊີວິດການເປັນຢູ່ໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ; ເພີ່ມທະວີການສອນ ແລະ ຮຽນພາສາຫວຽດໃຫ້ລຸ້ນໜຸ່ມ, ປະກອບສ່ວນປົກປັກຮັກສາມູນເຊື້ອວັດທະນະທຳຂອງຊາດຫວຽດນາມ; ດຳລົງຊີວິດເຈື່ອຈານເຂົ້າກັບປະຊາຊົນປະຈຳຖິ່ນ, ເຄົາລົບຮີດຄອງປະເພນີ, ປະຕິບັດກົດໝາຍຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ.

          ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນອາໄລຫາປະທານສຸພານຸວົງ ຢູ່ອະນຸສາວະລີ ສຸພານຸວົງ ແລະ ນັກຮົບລະຫວ່າງຫວຽດນາມ - ລາວ ຢູ່ເມືອງ ທ່າແຂກ, ເຊິ່ງແມ່ນແຫ່ງສ້າງຂີດໝາຍໃນການຕໍ່ສູ້ຂອງບັນດາທະຫານອາສາສະໝັກຫວຽດນາມ ແລະ ກອງທັບລາວ ຕ້ານພວກລ່າເມືອງຂຶ້ນຝລັ່ງ, ປົກປັກຮັກສາເມືອງ ທ່າແຂກ ເມື່ອເດືອນ ມີນາ 1946, ໂດຍປະທານ ສຸພານຸວົງ ຊີ້ນຳນຳພາ.

(ແຫຼ່ງຄັດຈາກ VOV)

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການ​ແຂ່ງ​ຂັນ​ລົດ​ຖີບ ມິດ​ຕະ​ພາບ ສາມ​ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ​ຄັ້ງ​ທີໜຶ່ງ

ການແຂ່ງຂັນມີນັກກິລາ 45 ຄົນທີ່ມາຈາກ ກຳປູເຈຍ, ລາວ, ຫວຽດນາມ ແບ່ງປັນ 9 ທິມ, ແຕ່ລະປະເທດຈະມີ 3 ທິມ, ແຕ່ລະທິມມີນັກກິລາ 5 ຄົນ. ໄລຍະທາງ ການແຂ່ງຂັນ ດ້ວຍຄວາມຍາວ 35,2 ກີໂລແມັດ.

Top