• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ໜູນຊ່ວຍວັດຖຸ, ອຸປະກອນການແພດ ໃຫ້ລັດຖະບານ ແລະ ປະຊາຊົນລາວ

      ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງຫວຽດນາມໄດ້ຮັບຈົດໝາຍອີແມວແລະໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດແລະເຂດແຄ້ວນຄືແອັດສະປາຍອັງກິດຝຣັ່ງຍີ່ປຸ່ນລາວ…
            ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຈົດໝາຍມາຍັງລາຍການຢາກຊອກຮູ້ຢ່າງຈະແຈ້ງກ່ວາກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ ກ່ຽວກັບຫວຽດນາມ”. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

ປີນີ້, ລາວ ບໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ຄືດັ່ງທຸກໆປີ ຍ້ອນໂລກລະບາດໂຄວິດ-19
      ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ປານຸສອນ ຢູ່ແຂວງ ບໍລິຄຳໄຊ ແລະ  ເພື່ອນ ເພັດສະຫວັນ ຢູ່ແຂວງ ອັດຕະປື ແບ່ງປັນວ່າ: ພວກຂ້າພະເຈົ້າແມ່ນນັກສຶກສາ ລາວ ມີໄລຍະເວລາໄດ້ຮ່ຳຮຽນຢູ່ ຫວຽດນາມ. ເມື່ອບຸນປີໃໝ່ລາວ ວຽນມາ, ພວກຂ້າພະເຈົ້າພັດຄິດບັນດາອະນຸສອນໃນເມື່ອໄດ້ຕ້ອນຮັບບຸນປີໃໝ່ລາວ ຢູ່ ຫວຽດນາມ. ເຖິງວ່າຢູ່ຫ່າງໄກກັບຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ ຢູ່ໂຮງຮຽນທີ່ພວກຂ້າພະເຈົ້າຮ່ຳຮຽນ. ປີນີ້, ລາວ ບໍ່ໄດ້ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ຄືດັ່ງທຸກໆປີ ຍ້ອນໂລກລະບາດໂຄວິດ-19, ແຕ່ສຳລັບພວກຂ້າພະເຈົ້າແລ້ວ ບັນຍາກາດຕ້ອນຮັບບຸນປີໃຫມ່ ຍາມໃດກໍ່ຟົດຟື້ນມ່ວນຊື່ນ ແລະເຕັມໄປດ້ວຍຄວາມອົບອຸ່ນຄວາມຜາສຸກ ແລະ ຄວາມປະທັບໃຈທີ່ ຍາກຈະຫລົງລືມໄດ້ ນັ້ນແມ່ນ ບັນຍາກາດຕ້ອນຮັບປີໃໝ່ລາວ ໂດຍບາງມະຫາວິທະຍາໄລຂອງ ຫວຽດນາມ ຈັດຂຶ້ນໃຫ້ແກ່ນັກສຶກສາລາວໃນທຸກປີ .
            “ເຖິງວ່າຫວຽດນາມພວມສຸມໃສ່ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະກໍ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວກໍ່ຕາມ, ແຕ່ລັດຖະບານ, ບັນດາອົງການຈັດຕັ້ງມະຫາຊົນຂອງຫວຽດນາມແລະພິເສດແມ່ນປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ລາວໄດ້ໜູນຊ່ວຍ, ຊ່ວຍເຫຼືອປະເທດລາວໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງທັນການ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງລັດຖະບານແລະປະຊາຊົນຫວຽດນາມທີ່ໄດ້ສະຫງວນໃຫ້ປະເທດລາວພວກຂ້າພະເຈົ້າ.” ນັ້ນແມ່ນບັນດາຄຳແບ່ງປັນຂອງເພື່ອນອາມິນຕາແລະເພື່ອນອານຸສິດທີ່ພວມປະຕິບັດງານຢູ່ພະແນກສາທາລະນະສຸກແຂວງວຽງຈັນ.

ລັດຖະບານ ຫວຽດນາມ ໜູນຊ່ວຍວັດຖຸ, ອຸປະກອນການແພດ ໃຫ້ລັດຖະບານ ແລະ ປະຊາຊົນລາວເພື່ອແນໃສ່ແບ່ງປັນ
ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19
      ເພື່ອນອາມິນຕາແລະເພື່ອນອານຸສິດທີ່ຮັກແພງ! ໃນໄລຍະຜ່ານມາ, ລັດຖະບານ, ບັນດາອົງການຈັດຕັ້ງມະຫາຊົນຂອງຫວຽດນາມ, ວິສາຫະກິດຫວຽດນາມຢູ່ລາວ ບາງແຫ່ງ ແລະ ພິເສດແມ່ນປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດຢູ່ລາວໄດ້ຮ່ວມແຮງຮ່ວມໃຈໜູນຊ່ວຍດ້ານວັດຖຸ, ອຸປະກອນການແພດ, ກໍ່ຄືສະໜັບສະໜູນລັດຖະບານແລະປະຊາຊົນລາວເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ. ທ່ານຫງວຽນຢຸຍຈູງ, ປະທານສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວໃຫ້ຮູ້ວ່າ: ເຖິງວ່າໂລກລະບາດໂຄວິດ-19 ສົ່ງຜົນສະທ້ອນບໍ່ໜ້ອຍເຖິງຊີວິດການເປັນຢູ່ກໍ່ຄືການລົງທຶນ, ດຳເນີນທຸລະກິດຂອງພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ລາວແລະບັນດາວິສາຫະກິດກໍ່ຕາມ, ແຕ່ໃນສະພາບການທີ່ລັດຖະບານແລະປະຊາຊົນລາວພວມຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດນັ້ນ ສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວແລະສະມາຄົມວິສາຫະກິດຫວຽດນາມທີ່ຮ່ວມມືແລະລົງທຶນຢູ່ລາວ ເຫັນໄດ້ວ່າຕົນເອງຕ້ອງມີຄວາມຮັບຜິດຊອບໃນການຮ່ວມແຮງຮ່ວມໃຈ, ປະກອບສ່ວນກຳລັງເຫື່ອແຮງເຂົ້າໃນການປ້ອງກັນ,ສະກັດກັ້ນໂລກລະບາດດັ່ງກ່າວ.
            ຈຳນວນເງິນສະໜັບສະໜູນແມ່ນນ້ຳໃຈຂອງພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ລາວແລະພະນັກງານ, ພາລະກອນບັນດາບໍລິສັດໃນສະມາຄົມດ້ວຍຄວາມປາດຖະໜາຢາກປະກອບສ່ວນພ້ອມກັບລັດຖະບານແລະປະຊາຊົນລາວຄວບຄຸມພະຍາດໄດ້ຢ່າງວ່ອງໄວແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານຫງວຽນຢຸຍຈູງກ່າວວ່າ:
            “ນີ້ແມ່ນນ້ຳໃຈເລັກນ້ອຍຂອງພໍ່ແມ່ປະຊາຊົນສະມາຄົມໃຫຍ່ພວກຂ້າພະເຈົ້າຢາກຊ່ວຍຄະນະກຳມະການປ້ອງກັນ, ສະກັດກັ້ນໂລກລະບາດ ແລະປະຊາຊົນລາວປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ນັ້ນກໍ່ແມ່ນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມທີ່ພວມທຳມາຫາກິນ, ດຳລົງຊີວິດຢູ່ລາວ. ”
 
       
      ທ່ານຜູ້ຟັງທີ່ເຄົາລົບ! ພາຍຫລັງປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງມາໄດ້ກ່ວາ 1 ເດືອນ. ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຈົດໝາຍ, ອີແມວຫລາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງລາວ ກໍ່ຄືຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ ສົ່ງມາຍັງລາຍການດ້ວຍເນື້ອໃນທີ່ແຕກຕ່າງກັນຫລາຍຢ່າງຄື: ລະບຽບການເສັງ, ວິທີສົ່ງບົດເສັງ, ເວລາຈັດຕັ້ງການເສັງແລະລາງວັນຕ່າງໆ. ຕອນສຸດທ້າຍຂອງລາຍການໂອ້ລົມກັບເພື່ອນລາວໃນມື້ນີ້, ພວກຂ້າພະເຈົ້າຈະແນະນຳໂດຍຫຍໍ້ກ່ຽວກັບລະບຽບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”, ເຊີນທ່ານຕິດຕາມຮັບຟັງ.
            ເວລາຮັບບົດເຂົ້າຮ່ວມການເສັງແມ່ນເລີ່ມແຕ່ວັນທີ 15 ມີນາ 2020  ແລະສິ້ນສຸດລົງໃນວັນທີ 15 ກໍລະກົດປີ 2020 (ຄິດໄລ່ຕາມກາປະທັບຢູ່ບ່ອນຝາກມາທາງໄປສະນີ). ເປົ້າໝາຍເຂົ້າຮ່ວມການເສັງແມ່ນທ່ານຜູ້ຟັງຂອງວິທະຍຸກະຈາຍສຽງຫວຽດນາມທຸກໆທ່ານ ບໍ່ວ່າຈະເປັນຊາວຕ່າງປະເທດຢູ່ທົ່ວທຸກທະວີບໃນໂລກແລະຊາວຫວຽດນາມທີ່ພວມດຳລົງຊີວິດແລະເຮັດວຽກຢູ່ຕ່າງປະເທດ. ທ່ານຜູ້ຟັງສາມາດສົ່ງບົດມາເຂົ້າຮ່ວມການເສັງຜ່ານທາງໄປສະນີຕາມທີ່ຢູ່: ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5 - ວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍສສ.ຫວຽດນາມຫຼື ສົ່ງມາຕາມທີ່ຢູ່ອີແມວvovworld@vov.vn ຫຼືlaovov5@gmail.com. ບົດເຂົ້າຮ່ວມການສອບເສັງຕ້ອງມີສຳເນົາບັດປະຈຳຕົວຫຼື ໜັງສືຜ່ານແດນຂອງຜູ້ເຂົ້າຮ່ວມການເສັງຕິດຂັດມາພ້ອມ. ທ່ານຜູ້ຟັງສາມາດເຂົ້າເບິ່ງຄຳຖາມໃນບັນດາລາຍການກະຈາຍສຽງແລະໃນເວັບໄຊ vovworld.vn ຂອງພວກຂ້າພະເຈົ້າ. ສ່ວນລາງວັນມີຄື: ທ່ານຜູ້ຟັງ 3 ທ່ານທີ່ມີບົດເສັງດີທີ່ສຸດຈະໄດ້ຮັບເຊີນໃຫ້ໄປທ່ອງທ່ຽວຢູ່ຫວຽດນາມເປັນເວລາ 5 ວັນໂດຍບໍ່ເສຍຄ່າ. ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມການເສັງລ້ວນແຕ່ຈະໄດ້ຮັບໃບຢັ້ງຢືນ. ເພື່ອຊອກຮູ້ລາຍລະອຽດເພີ່ມເຕີມ, ເຊີນທ່ານຜູ້ຟັງເຂົ້າໄປເບິ່ງໃນເວັບໄຊ vovworld.vn ຫຼື vov5.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍອວຍພອນໃຫ້ບັນດາທ່ານເຂົ້າຮ່ວມການເສັງດ້ວຍຜົນສຳເລັດຢ່າງຈົບງາມ./.
 (ແຫຼ່ງຄັດຈາກ VOV)
 


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top