• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ​ແກ​້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບໍລິສັດ​ໃຫຍ່ການບິນ ​ຫວຽດນາມ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ. 

(ພາບປະກອບ: TTXVN) 

ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຮັບຜິດຊອບວຽກງານພັກລັດຖະບານ ໄດ້ປະຊຸມປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

ເນັ້ນໜັກເຖິງທີ່ຕັ້ງຂອງ Vietnam Airlines ສໍາລັບພື້ນຖານເສດຖະກິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ Vietnam Airlines ແລະ ບັນດາບໍລິສັດການບິນໃນໄລຍະຜ່ານມາ ເພື່ອມີລາຍໄດ້ໃນໄລຍະໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນໃນທົ່ວໂລກ ແລະ ບໍ່ມີທ່າອ່ຽງຫຼຸດລົງເທື່ອ, ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຂະແໜງການບິນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ ຈົ່ງຮ່ວມແຮງຮ່ວມໃຈຍົກອອກບັນດາມາດຕະການຢ່າງຮີບດ່ວນຖືກຕ້ອງຕາມຂໍ້ກໍານົດກົດໝາຍ ເພື່ອໜູນຊ່ວຍຂະແໜງການບິນຫວຽດນາມ. 

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top