• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ

      ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ສ້າງເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໜູນຊ່ວຍບັນດາວິສາຫະກິດກ່ຽວກັບກົນໄກເພື່ອຮັກສາ, ຟື້ນຟູ ແລະ ພັດທະນາການຜະລິດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມແບບທາງໄກທົ່ວປະເທດ
(ພາບ: VGP)
      ໂລກລະບາດໂຄວິດ-19 ແກ່ຍາວເປັນເວລາ 1 ກວ່າປີຜ່ານມາ ໄດ້ສົ່ງຜົນສະທ້ອນເຖິງທຸກຂະແໜງການ ແລະ ຊີວິດການເປັນຢູ່ໃນລະດັບທີ່ແຕກຕ່າງກັນ. ແຕ່ຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດ, ສັງເກດຈາກແງ່ມູມເສດຖະກິດແມ່ນວິສາຫະກິດ. ເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມຫຍຸ້ງຍາກ, ໃນຄວາມສາມາດຂອງຕົນ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ສ້າງເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໜູນຊ່ວຍບັນດາວິສາຫະກິດກ່ຽວກັບກົນໄກເພື່ອຮັກສາ, ຟື້ນຟູ ແລະ ພັດທະນາການຜະລິດ.
        ໄລ່ຮອດເດືອນ ກໍລະກົດ 2021, ຫວຽດນາມ ມີວິສາຫະກິດປະມານ 840.000 ແຫ່ງພວມເຄື່ອນໄຫວ. ໂລກລະບາດໂຄວິດ-19 ແຜ່ລະບາດຮອບທີ 4 ດ້ວຍສາຍພັນໃໝ່ Delta, ພິເສດແມ່ນເລີ່ມແຕ່ເດືອນ ກໍລະກົດ 2021, ໄດ້ເຮັດໃຫ້ປະຊາຄົມວິສາຫະກິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຈຳນວນ 8 ກຸ່ມທີ່ປະສົບກັບຄວາມຫຍຸ້ງຍາກເຊິ່ງວິສາຫະກິດພວມປະເຊີນໜ້ານັ້ນ, ສິ່ງທີ່ໜ້າສົນໃຈແມ່ນຍອດຄວາມຕ້ອງການຖືກຫຼຸດລົງເຮັດໃຫ້ໃບສັ່ງຊື້, ສັນຍາລ້ວນແຕ່ຫຼຸດລົງ; ລາຍຮັບຫຼຸດລົງຢ່າງແຮງໃນວົງກວ້າງ; ລະບົບການຜະລິດ, ການໃຊ້ສອຍ, ການສົ່ງອອກກໍ່ຖືກຕັດຕອນ; ການຈໍລະຈອນສິນຄ້າປະສົບກັບຄວາມຫຍຸ້ງຍາກ ຍ້ອນແຕ່ລະທ້ອງຖິ່ນມີນະໂຍບາຍປ້ອງກັນ, ຕ້ານໂລກລະບາດທີ່ແຕກຕ່າງກັນ; ຄວາມສ່ຽງຂາດແຄນແຮງງານເມື່ອປະຕິບັດການແຍກຫ່າງສັງຄົມແກ່ຍາວ…
ເຂົ້າຮ່ວມຢ່າງໄວ, ເປັນເຈົ້າການ
        ດ້ວຍຈິດໃຈຮ່ວມເດີນທາງພ້ອມກັບວິສາຫະກິດ, ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ຫຼາຍນະໂຍບາຍ, ຍົກອອກມາດຕະການໜູນຊ່ວຍເພື່ອແກ້ໄຂການເຄື່ອນໄຫວຜະລິດ ດຳເນີນທຸລະກິດຂອງວິສາຫະກິດຢ່າງທັນການ. ໃນຄວາມສາມາດຂອງຕົນ, ລັດຖະບານ ໄດ້ສັບຊ້ອນ, ຈັດແບ່ງແຫຼ່ງກຳລັງເພື່ອໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ຮັກສາການຜະລິດຜ່ານບັນດານະໂຍບາຍການເງິນ, ປີການເງິນຄື ການຫຼຸດຜ່ອນພາສີ, ໜູນຊ່ວຍຄ່າດອກເບ້ຍ, ຫຼຸດຜ່ອນລາຄາໄຟຟ້າ, ນ້ຳປະປາ, ຄ່າໂທລະສົມມະນາຄົມ… ລັດຖະບານກໍ່ເປັນເຈົ້າການປະກາດໃຊ້ບັນດາມາດຕະການໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ບັນດາວິສາຫະກິດ, ຫຼຸດຜ່ອນຫຼາຍລະບຽບການບໍລິຫານ. ບາງນະໂຍບາຍໜູນຊ່ວຍໃຫ້ແກ່ວິສາຫະກິດບັນລຸໄດ້ໝາກຜົນຄື ນະໂຍບາຍໃຫ້ວິສາຫະກິດກູ້ຢືມທຶນ. ຕາມທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລ້ວ, ສິດອຳນາດຂອງລັດຖະບານຮອດໃສ, ລັດຖະບານຈະນຳໃຊ້ຢ່າງສຸດຂີດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.
ລັດຖະບານໄດ້ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດໃນເງື່ອນໄຂທີ່ສາມາດເຮັດໄດ້
        ລັດຖະບານຫວຽດນາມ ສືບຕໍ່, ຢຶດໝັ້ນມາດຕະການໜູນຊ່ວຍວິສາຫະກິດທີ່ໄດ້ວາງອອກ. ກ່າວຄຳເຫັນທີ່ກອງປະຊຸມແບບທາງໄກທົ່ວປະເທດລະຫວ່າງນາຍົກລັດຖະມົນຕີກັບຜູ້ຕາງໜ້າບັນດາວິສາຫະກິດ, ສະຫະສະມາຄົມ ແລະ ບັນດາທ້ອງຖິ່ນກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດໃນສະພາບເກີດໂລກລະບາດໂຄວິດ-19 ຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ:
        “ລັດຖະບານພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ. ພັກ, ລັດ, ລັດຖະບານ ຍາມໃດກໍ່ມີຄວາມສະເໝີຕົ້ນສະເໝີປາຍດ້ວຍຈິດໃຈ “ຜົນປະໂຫຍດທີ່ກົມກຽວ, ແບ່ງປັນຄວາມສ່ຽງ”. ນາຍົກລັດຖະມົນຕີຈະສ້າງຕັ້ງໜ່ວຍປະຕິບັດງານພິເສດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ກຳແໜ້ນສະພາບການ, ຊ່ອງແສງຄວາມຫຍຸ້ງຍາກ, ເປັນເສນາທິການໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ ເພື່ອຍົກອອກມາດຕະການແກ້ໄຂຢ່າງທັນການ. ກະຊວງສາທາລະນະສຸກຮີບເຮັ່ງສັກວັກຊິນຢ່າງທັນການ, ດັດປັບຂັ້ນຕອນການປ້ອງກັນ ຕ້ານໂລກລະບາດ, ເພື່ອໃຫ້ບັນດາວິສາຫະກິດນຳໃຊ້ໂດຍອີງຕາມເງື່ອນໄຂຕົວຈິງ ເພື່ອຜະລິດ, ດຳເນີນທຸລະກິດ. ກະຊວງການເງິນ ຮີບເຮັ່ງຜັນຂະຫຍາຍມາດຕະການຫຼຸດພາສີ, ມີມາດຕະການແກ້ໄຂກ່ຽວກັບຕະຫຼາດອະສັງຫາລິມະຊັບ, ນຳພາ ແລະ ລະດົມທຸກແຫຼ່ງກຳລັງນອກລັດ”.
        ລັດຖະບານກໍ່ຊີ້ນຳບັນດາທ້ອງຖິ່ນຮັບປະກັນສິນຄ້າຖືກຂົນສົ່ງໃຫ້ລຸລ່ວງ, ຮັກສາລະບົບສະໜອງໃຫ້ເປັນປົກກະຕິ, ສ້າງເງື່ອນໄຂພັດທະນາເສດຖະກິດ. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຫງວຽນວັນເຖ, ໃຫ້ຮູ້ວ່າ:
        “ປະຈຸບັນບໍ່ມີເລື່ອງກີດຂວາງການຈໍລະຈອນສິນຄ້າ, ສຳລັບບັນດາປະເພດສິນຄ້າຮັບໃຊ້ການສົ່ງອອກ, ສິນຄ້າທີ່ຈຳເປັນຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ຫຼື ຊ່ວຍບັນເທົ່າທຸກ ພວກຂ້າພະເຈົ້າຈະສະໜອງລະຫັດ QR ສະນັ້ນໃນເສັ້ນທາງຂົນສົ່ງແມ່ນຈະບໍ່ຖືກກີດຂວາງ. ພວກຂ້າພະເຈົ້າຢືນຢັນວ່າ ບັນດາເອກະສານປະກາດໃຊ້ໃນປະຈຸບັນລ້ວນແຕ່ລຸລ່ວງທັງໝົດ”.
        ລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ຈະຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່, ໜູນຊ່ວຍປະຊາຄົມວິສາຫະກິດ, ກໍຄືການຕອບບຸນແທນຄຸນຕໍ່ການປະກອບສ່ວນ, ຮ່ວມແຮງຮ່ວມໃຈຂອງວິສາຫະກິດ ເພື່ອພ້ອມກັບປະເທດຊາດຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກນີ້. ດ້ວຍການຮ່ວມແຮງຮ່ວມໃຈຈາກລັດຖະບານ, ຫວັງວ່າຖັນແຖວນັກທຸລະກິດຫວຽດນາມ ໃນປະຈຸບັນ ຈະບໍ່ພຽງແຕ່ຜ່ານຜ່າໂລກລະບາດໂຄວິດ-19 ເທົ່ານັ້ນ, ຫາກຍັງສ້າງເຄື່ອງໝາຍການຄ້າສະເພາະຂອງຕົນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດອີກດ້ວຍ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top