• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານປະກາດໃຊ້ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ

      ວັນທີ 30 ມັງກອນ, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 11 ກ່ຽວກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ.
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  VGP)
      ຕາມນັ້ນແລ້ວ, ເປົ້າໝາຍຂອງໂຄງການຟື້ນຟູ  ແລະ ພັດທະນາເສດຖະກິດ ສັງຄົມ ແມ່ນ ຟື້ນຟູ, ພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ຢ່າງໄວ, ຊຸກກູ້ບັນດາກຳລັງໜູນໃນການເຕີບໂຕ, ໃຫ້ບຸລິມະສິດບາງຂະແໜງ, ຂົງເຂດສຳຄັນ, ສູ້ຊົນບັນລຸໄດ້ເປົ້າໝາຍຂອງໄລຍະ 2021 – 2025, ມີການເຕີບໂຕ GDP ໄລ່ສະເລ່ຍແຕ່ 6,5 – 7%, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ ໃນໄລຍະກາງ ແລະ ໄລຍະຍາວ.
      ມະຕິຊີ້ແຈ້ງວ່າ ເປົ້າໝາຍໄດ້ຮັບການໜູນຊ່ວຍລວມມີ: ປະຊາຊົນ, ຜູ້ອອກແຮງງານ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ແລະ ບັນດາຂະແໜງການ, ຂົງເຂດສ້າງກຳລັງໜູນຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ. ໄລຍະໜູນຊ່ວຍຫຼັກເປັນຕົ້ນໃນ 2 ປີ 2022 – 2023, ບາງນະໂຍບາຍອາດຈະແກ່ຍາວ, ເພີ່ມເຕີມແຫຼ່ງກຳລັງ ປະຕິບັດອີງຕາມການຜັນແປຂອງໂລກລະບາດ.
(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top