• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈັດກອງປະຊຸມດ່ວນກ່ຽວກັບບັນດາມາດຕະການເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

      ພາຍຫຼັງເວລາ 34 ວັນບໍ່ກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ວັນທີ 29 ເມສາ 2021, ລະບົບຕິດຕາມພະຍາດຕິດແປດຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ກ່ຽວຂ້ອງເຖິງກໍລະນີເຂົ້າເມືອງຈາກ ຍີ່ປຸ່ນ
      ໂດຍເປັນປະທານກອງປະຊຸມດ່ວນເຊິ່ງດຳເນີນໃນຕອນເຊົ້າວັນທີ 30 ເມສາ, ຢູ່ຮ່າໂນ້ຍ ກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ພາຍຫຼັງທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ. ລາຍງານຕໍ່ນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ, ພາຍຫຼັງເວລາ 34 ວັນບໍ່ກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ວັນທີ 29 ເມສາ 2021, ລະບົບຕິດຕາມພະຍາດຕິດແປດຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ກ່ຽວຂ້ອງເຖິງກໍລະນີເຂົ້າເມືອງຈາກ ຍີ່ປຸ່ນ ພາຍຫຼັງໝົດເວລາແຍກຕົວລວມຢູ່ນະຄອນ ດ່ານັ້ງ ກັບຄືນແຂວງ ຮ່ານາມ. ຜູ້ຕິດເຊື້ອດັ່ງກ່າວໄດ້ແຍກຕົວພາຍຫຼັງເຂົ້າເມືອງ ແລະ ໄດ້ເອົາຕົວຢ່າງ 3 ຄັ້ງ, ໝາກຜົນການວິໄຈລ້ວນແຕ່ອອກຜົນເປັນລົບກັບໄວຣັດ SARS-CoV-2. ຜູ້ຕິດເຊື້ອດັ່ງກ່າວໄດ້ປະຕິບັດການແຍກຕົວສຳເລັດ ແລະ ອອກຈາກໂຮງແຮມທີ່ແຍກຕົວໃນວັນທີ 21 ເມສາ 2021. ກະຊວງສາທາລະນະສຸກພວມຮີບເຮັ່ງຕາມຫາເຊື້ອ, ປະຕິບັດການແຍກຕົວລວມທຸກກໍລະນີພົບປະກັບຜູ້ຕິດເຊື້ອ (F1); ປະຕິບັດການກວດກາບັນດາກໍລະນີພົບປະ (F2), ຮຽກຮ້ອງໃຫ້ແຍກຕົວຢູ່ເຮືອນ.
        ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ, ເປົ້າໝາຍສູງສຸດແມ່ນຕ້ອງຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ແລະ ປະຊາຄົມ, ພ້ອມທັງຍັງປະຕິບັດເປົ້າໝາຍຄວບຄູ່ “ທັງປ້ອງກັນ ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດສັງຄົມ”; ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ເຊິ່ງຈະດຳເນີນໃນວັນທີ 23 ພຶດສະພາ ຈະມາເຖິງຢ່າງມີໄຊ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ, ໄດ້ຮຽກຮ້ອງວ່າ:
      “ຕ້ອງຕາມຫາເຊື້ອຢ່າງຮີບເຮັ່ງ, ໄວກວ່າ, ຕ້ອງແຍກຕົວເຂດເພື່ອແກ້ໄຂບັນດາຜົນຮ້າຍຂອງບັນດາກໍລະນີເຊິ່ງຫາກໍ່ກວດພົບ. ເປົ້າໝາຍແມ່ນແກ້ໄຂຜົນຮ້າຍດ້ວຍທຸກວິທີ, ທຸກມາດຕະການ ແລະ ຕ້ອງຮີບເຮັ່ງເພື່ອໃຫ້ພວກເຮົາແກ້ໄຂຢ່າງທັນການ, ມີປະສິດທິຜົນ, ດ້ວຍທິດນຳຊີ້ນຳສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈແມ່ນ ຕ້ານໂລກບະຍາດຄືດັງຕ້ານສັດຕູ, ພິເສດແມ່ນຢູ່ບັນດາແຂວງເຂດຊາຍແດນຕ້ອງຄວບຄຸ້ມ, ກຳແໜ້ນສະພາບການ ເພື່ອຍົກອອກບັນດາມາດຕະການແກ້ໄຂໃຫ້ຖືຕ້ອງຕາມຂໍ້ກຳນົດ, ກົດລະບຽບເຊິ່ງພວກເຮົາພວມມີຢູ່ແລ້ວ”.
      ໃນເຫດການທີ່ກ່ຽວຂ້ອງ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃນຕອນເຊົ້າວັນທີ 30 ເມສາ, ນັບແຕ່ເວລາ 18 ໂມງຂອງວັນທີ 29 ເມສາ ຫາເວລາ 6 ໂມງຂອງວັນທີ 30 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 4 ຄົນ, ໃນນັ້ນ 3 ຄົນແມ່ນຕິດແປດຢູ່ພາຍໃນປະເທດ ຢູ່ຮ່າໂນ້ຍ (1 ຄົນ), ຮືງອຽນ (2 ຄົນ) ແລະ ຜູ້ຕິດເຊື້ອຜູ້ໜຶ່ງເຂົ້າເມືອງໄດ້ແຍກຕົວຢູ່ແຂວງ ກວາງຈີ້ ໂດຍທັນທີ.
      ພາຍຫຼັງກວດພົບ 6 ກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນຢູ່ບາງທ້ອງຖິ່ນຈາກເຂດແຜ່ລະບາດຢູ່ແຂວງ ຮ່ານາມ, ຕອນຄ່ຳວັນທີ 29 ເມສາ, ຄະນະປະຕິບັດງານຂອງໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ຮ່ານາມ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ທ່ານລັດຖະມົນຕີໄດ້ຮຽກຮ້ອງປະຕິບັດການແຍກຫ່າງໃນສັງຄົມຢູ່ຕາແສງ ດ້າວລິ໊ ຂຶ້ນກັບເມືອງ ລິ໊ເຍິນ; ພ້ອມທັງເອົາຕົວຢ່າງສຳລັບບັນດາຄອບຄົວໃນເຂດເກີດໂລກລະບາດໃນຕອນຄ່ຳວັນທີ 29 ເມສາ.
      ໄລ່ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.914 ຄົນ, ໃນນັ້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ 1.580 ຄົນ. ມາຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 2.516 ຄົນ, ມີ 35 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top