• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານຈະສືບຕໍ່ສ້າງສັນ,ຮ່ວມເດີນທາງພ້ອມກັບວິສາຫະກິດ

      ວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບສະພາສູນກາງບັນດາສະຫະສະມາຄົມວິສາຫະກິດຫວຽດນາມ ແລະ ນັກທຸລະກິດດີເດັ່ນບາງຄົນ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບສະພາສູນກາງບັນດາ
ສະຫະສະມາຄົມວິສາຫະກິດຫວຽດນາມ ແລະ ນັກທຸລະກິດດີເດັ່ນບາງຄົນ)
      ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລັດຖະບານຢຶດໝັ້ນທິດທາງສ້າງສັນ, ພັດທະນາ, ຮ່ວມເດີນທາງພ້ອມກັບວິສາຫະກິດ ເພື່ອໃຫ້ບັນດາວິສາຫະກິດຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດ ສູ້ຊົນປະຕິບັດສຳເລັດບັນດາຄາດໝາຍດ້ານເສດຖະກິດ, ສັງຄົມຂອງທັງອາຍຸການ 2016 – 2021. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານຈະສືບຕໍ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ ແລະ ປາດຖະໜາວ່າ, ບັນດາວິສາຫະກິດສືບຕໍ່ຍູ້ແຮງການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ; ເອົາໃຈໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ບັນດາວິສາຫະກິດສືບຕໍ່ຍູ້ແຮງວຽກງານສັງຄົມ, ເອົາໃຈໃສ່ ແລະ ແບ່ງປັນການຊ່ວຍເຫຼືອຄົນທຸກຍາກ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ຫຼາຍກວ່າອີກ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top