ຂ່າວສານ
ລະດົມໄດ້ກວ່າ 30 ລ້ານ USD ຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ
ວັນທີ 06 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ໂດະວັນຈຽນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດ 17 ໂມງ 00 ນາທີ ຂອງວັນທີ 06 ຕຸລາ, ບັນດາແຂວງ, ນະຄອນ, ສ່ວນບຸກຄົນ, ຫົວໜ່ວຍ, ອົງການຈັດຕັ້ງ… ໄດ້ບໍລິຈາກ ແລະ ລົງທະບຽນບໍລິຈາກເງິນຊ່ວຍເຫຼືອພໍ່ແມ່ພີ່ນ້ອງບັນດາແຂວງ, ນະຄອນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ບົວລອຍ ຜ່ານຄະນະຂົນຂວາຍການກູ້ຊ່ວຍສູນກາງ ເກືອບ 752,7 ຕື້ດົ່ງ (ກວ່າ 30 ລ້ານ USD). ທ່ານປະທານ ໂດະວັນຈຽນ ປາດຖະໜາວ່າ ໃນໄລຍະຈະມາເຖິງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການ, ວິສາຫະກິດ, ອົງການຈັດຕັ້ງ, ໝູ່ຄະນະ, ສ່ວນບຸກຄົນຢູ່ພາຍໃນ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດທີ່ເຮັດວຽກ, ດຳລົງຊີວິດຢູ່ ຫວຽດນາມ, ເພື່ອເພີ່ມແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງ ສ້າງຊີວິດຄືນໃໝ່ ພາຍຫຼັງຖືກຜົນກະທົບຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.
ໃນເດືອນກັນຍາຜ່ານມາ, ພາຍຸ ຣາກາຊາ ແລະ ບົວລອຍ ໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນຢູ່ຫຼາຍທ້ອງຖິ່ນ. ພິເສດ, ພາຍຸ ບົວລອຍ ແລະ ຝົນຕົກໜັກພາຍຫຼັງພາຍຸ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງທັງດ້ານຊີວິດອິນຊີ, ຊັບສິນຢູ່ບັນດາທ້ອງຖິ່ນໃນເຂດພາກເໜືອ ແລະ ພາກກາງຕອນເໜືອຂອງ ຫວຽດນາມ.






