• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດົມທຸກແຫຼ່ງກຳລັງເພື່ອຂົນສົ່ງທັນຍາຫານໃຫ້ປະຊາຊົນເຂດຖືກນ້ຳຖ້ວມຢູ່ແຂວງ ກວາງນາມ

ໃນວັນທີ 01 ພະຈິກ, ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນຢູ່ບັນດາຕາແສງ ເຟື໊ອກລົກ, ເຟື໊ອກແທັ່ງ, ເມືອງ ເຟື໊ອກເຊີນ.

(ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນ)

ວັນທີ 01 ພະຈິກ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ດຳເນີນການຂົນສົ່ງທັນຍາຫານໃຫ້ພໍ່ແມ່ປະຊາຊົນຢູ່ບັນດາຕາແສງທີ່ພວມຖືກຕັດຂາດຍ້ອນນ້ຳຖ້ວມຢູ່ເມືອງ ເຟື໊ອກເຊີນ, ແຂວງ ກວາງນາມ. ໃນວັນທີ 01 ພະຈິກ, ເຮືອບິນເອລີກອບເຕີ ໄດ້ຂົນສົ່ງສິນຄ້າ 4 ໂຕນ ເພື່ອກູ້ຊ່ວຍປະຊາຊົນຢູ່ບັນດາຕາແສງ ເຟື໊ອກລົກ, ເຟື໊ອກແທັ່ງ, ເມືອງ ເຟື໊ອກເຊີນ. ທ່ານພັນເອກ ຫງວຽນຫວຽດຮຸຸ່ງ, ຮອງຫົວໜ້າພະແນກອົບຮົມການທະຫານ ແລະ ການເມືອງກອງທັບ, ກອງພົນ 372, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ໃຫ້ຮູ້ວ່າ.

        “ນອກຈາກແຜນການຂົນສົ່ງທາງອາກາດແລ້ວ, ທາງທ້ອງຖິ່ນຍັງມີແຜນການຂົນສົ່ງທາງບົກອີກ. ກຳລັງທະຫານລາດປ້ອງກັນຕົວໄດ້ຫິ້ວເຄື່ອງຍ່າງໄປຜ່ານຫ້ວຍນ້ຳເພື່ອນຳສົ່ງທັນຍາຫານ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ພໍ່ແມ່ປະຊາຊົນ”.

        ກ່ອນໜ້ານັ້ນ, ມີລົດສະເພາະຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ຈຳນວນ 5 ຄັນໄດ້ເລີ່ມເດີນທາງຈາກນະຄອນ ດ່ານັ້ງ ຂົນສົ່ງສິນຄ້າຈຳນວນ 6 ໂຕມມາເມືອງ ເຟື໊ອກເຊີນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top