• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ພວມຊັກຊ້າລົງ

ຕາມການຢັ້ງຢືນຂອງ WHO, ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ເບິ່ງຄືວ່າພວມຊັກຊ້າລົງ
ລະດັບແຜ່ລະບາດຂອງເຊື້ອ ໂຄວິດ - 19 ໃນທົ່ວໂລກ ພວມຊັກຊ້າລົງ
 
ທ່ານ Maria van Kerkhoven ນັກຊ່ຽວຊານ ອົງການອະນາໄມໂລກ(WHO) ເມື່ອບໍ່ດົນມານີ້ ໄດ້ແຈ້ງໃຫ້ຊາບວ່າ ຕາມການຢັ້ງຢືນຂອງ WHO, ລະດັບແຜ່ລະບາດຂອງເຊື້ອໄວຣັດ ໂຄວິດ - 19 ໃນທົ່ວໂລກ ເບິ່ງຄືວ່າພວມຊັກຊ້າລົງ. ຕາມນັກຊ່ຽວຊານທ່ານນີ້ແລ້ວ ນີ້ອາດຖືວ່າແມ່ນສັນຍານທີ່ດີ ເມື່ອຈຳນວນກໍລະນີຕິດເຊື້ອໃໝ່ຖືກກວດພົບມີ ທ່າອ່ຽງຫຼຸດລົງໃນແຕ່ລະວັນ ຢູ່ຫຼາຍປະເທດໃນໂລກ. ສິ່ງນີ້ບັນລຸໄດ້ຕົ້ນຕໍກໍຍ້ອນ ຜ່ານການນຳໃຊ້ບັນດາມາດຕະການເຮັດໃຫ້ການແຜ່ລະບາດຂອງເຊື້ອໄວຣັດຖືກຕັດຕອນ. ອີກຢ່າງໜຶ່ງແມ່ນຕ້ອງເວົ້າເຖິງເລື່ອງບັນດາປະເທດໃນໂລກ ໄດ້ຜັນຂະຫຍາຍບັ້ນສັກຢາກັນ ໂຄວິດ - 19 ເປັນວົງກວ້າງ ແຕ່ນັກຊ່ຽວຊານຂອງ  WHO ຍັງຮຽກຮ້ອງໃຫ້ປະຊາຊົນໃນໂລກ ຈົ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ສະກັກກັ້ນໂລກລະບາດ ຢ່າງເຂັ້ມງວດ ພ້ອມທັງຊຸກຍູ້ບັນດາປະເທດຈົ່ງເອົາໃຈໃສ່ກວ່າອີກ ໃນການປະກາດໃຫ້ປະຊາຊົນ ກ່ຽວກັບບັນດາມາດຕະການ ທີ່ຈຳເປັນໃນການປ້ອງກັນ ສະກັກກັ້ນໂລກລະບາດ.
(ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມປະຈຳເດືອນ ພະຈິກ ປີ 2025 ຂອງລັດຖະບານ ຫວຽດນາມ

ບັນດາໝາກຜົນລະອຽດເດືອນນີ້ດີກວ່າເດືອນກ່ອນ, ດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024, ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ.

Top