
(ພາບປະກອບ / TTXVN)
ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະ ຄອບຄົວທຸກຍາກ. ຄະນະສະມາຊິກສະພາແຫ່ງຊາດແຂວງ ຟູ໋ອຽນ ກໍ່ຂົນຂວາຍບັນດາຜູ້ໃຈບຸນໃຈກຸສົນບໍລິຈາກເງິນເພື່ອມອບຂອງຂວັນບຸນເຕັດ 200 ພູດ. ບັນດາເປົ້າໝາຍໄດ້ຮັບຂອງຂວັນລວມມີ: ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊິນ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກຖືກເສຍຫາຍຈາກພະຍຸນ້ຳຖ້ວມໃນໄລຍະຜ່ານມາຢູ່ບາງທ້ອງຖິ່ນໃນບໍລິເວນແຂວງ.
ເນື່ຶອງໃນໂອກາດບຸນປີໃໝ່ປະຈຳຊາດ, ແຂວງ ຟູ໋ອຽນ ຕົກລົງຫັກເງິນຈາກງົບປະມານກ່ວາ 11 ຕື້ດົ່ງ ໜູນຊ່ວຍບັນດາຄອບຄົວທຸກຍາກ ແລະ ຄອບຄົວເປົ້າໝາຍນະໂຍບາຍເພື່ອຕ້ອນຮັບບຸນເຕັດໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ສົມບູນພູນສຸກ.
(ແຫຼ່ງຄັດຈາກ VOV)