• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ 1 ຂອງ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12

      ຕອນເຊົ້າວັນທີ 11 ພຶດສະພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XII. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ເປັນປະທານກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນຜູ້ບໍລິຫານໄຂກອງປະຊຸມ.

ໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XII (ພາບ: TTXVN)
      ຕອນເຊົ້າວັນທີ 11 ພຶດສະພາ, ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕ່າງໜ້າກົມການເມືອງ ບໍລິຫານການເຮັດວຽກໃນມື້ທີ 1.
     ຕອນເຊົ້າ ຄະນະບໍລິຫານງານສູນກາງພັກໄດ້ດຳເນີນວາລະໄຂຢູ່ຫໍປະຊຸມ. ທ່ານ ເຈີນກວກເຫວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ຂຶ້ນລາຍງານ, ຂໍຄຳເຫັນນຳ ຄະນະບໍລິຫານງານສູນກາງພັກກ່ຽວກັບໂຄງການເຄື່ອນໄຫວຂອງ ກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຟູ້ຈ້ອງ ກ່າວຄຳເຫັນໄຂກອງປະຊຸມ.
          ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈ້ງວ່າແຕ່ລະກຳມະການສູນກາງພັກ ຕ້ອງເສີມຂະຫຍາຍມູນເຊື້ອປະຕິວັດ ອັນກ້າແກ່ນ, ສະຫງ່າລາສີຂອງ ພັກ ແລະ ຂອງຊາດ, ຍົກສູງນ້ຳໃຈຮັບ ຜິດຊອບໃຫ້ຫຼາຍກ່ວາອີກ, ສູ້ຊົນເຮັດສຳເລັດໜ້າທີ່ ສຳຄັນທີ່ໄດ້ມອບໝາຍ ເປັນຢ່າງດີ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຫງວຽນຟູຈ້ອງ ກໍ່ສະເໜີບັນດາກຳມະການສູນກາງພັກ ເສີມ ຂະຫຍາຍ ພູມປັນຢາ, ປະກອບ ຫຼາຍຄຳເຫັນຢ່າງເລິກເຊິ່ງ, ຖືກຕ້ອງ ຊັດເຈນໃສ່ ບັນດາເນື້ອໃນທີ່ໄດ້ ຮັບຮອງ ເອົາ, ຮັບປະກັນຜົນສຳເລັດ ຂອງກອງປະຊຸມ. ທ່ານກ່າວວ່າ:
             “ພວກເຮົາຕ້ອງກໍ່ສ້າງຄະນະບໍລິຫານງານສູນກາງພັກ - ອົງການການນໍາສູງສຸດຂອງພັກ ໃຫ້ເປັນກອງເສນາທິການຕໍ່ສູ້ຢ່າງແທ້ຈິງ ແມ່ນແກ່ນສານນໍາພາວຽກງານການເມືອງ ແລະ ແມ່ນສູນການແຫ່ງຄວາມສາມັກຄີເປັນເອກະພາບສູງສຸດໃນທົ່ວພັກ, ທົ່ວປວງຊົນທັງຊາດ. ນີ້ແມ່ນວຽກງານສໍາຄັນຍິ່ງ ແລະ ກ່ຽວຂ້ອງເຖິງຊາຕະກໍາຂອງພັກ, ຂອງຊາດ ແລະ ອະນາຄົດພັດທະນາຂອງປະເທດຊາດ.”
      ຕອນບ່າຍຂອງວັນດຽວກັນ, ສູນກາງພັກໄດ້ເຮັກວຽກຢູ່ໜ່ວຍ ເພື່ອປຶກສາຫາລືກ່ຽວກັບການສະຫຼຸບວຽກງານບຸກຄະລາກອນຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 12 ແລະ ທິດທາງຂອງຂອງວຽກງານບຸກຄະລາກອນຂອງ ຄະນະບໍລິຫານງານສູນກາງພັກຊຸດທີ 13 .
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top