• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ຈຸດສຸມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່ ແລະ ວັນອາທິດສີຂຽວປີ 2023

ຕອນເຊົ້າວັນທີ 23 ກໍລະກົດ ຢູ່ ຕາແສງ ເຕີນຮ່ວາ ເມືອງ ມີງຮວາ ແຂວງ ກວ໋າງບີ່ງ, ສູນກາງຊາວຫນຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວມື້ຈຸດສຸມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃຫມ່ ແລະ ວັນອາທິດສີຂຽວປີ 2023.
  ບັນດາຜູ້ແທນເຂົ້າຮ່ວມພິທີເລີ່ມເຄື່ອນໄຫວກໍ່ສ້າງຊົນນະບົດໃຫມ່. ພາບ:TTXVN   

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເຕື່ອງເລີມ, ເລຂາສູນກາງຊາວຫນຸ່ມ, ຮອງຫົວຫນ້າຜູ້ປະຈຳການ ຄະນະກຳມະການແຫ່ງຊາດກ່ຽວກັບຊາວຫນຸ່ມ ຫວຽດນາມ ໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເພື່ອແນໃສ່ແນະນຳໃຫ້ໄວຫນຸ່ມປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງໃຫ້ວົງຄະນາຍາດ.

ນັ້ນແມ່ນ ການກໍ່ສ້າງພື້ນຖານໂຄງລ່າງຊົນນະບົດ, ເຂົ້າຮ່ວມການປູກຕົ້ນໄມ້ສີຂຽວ, ສ້າງສະພາບແວດລ້ອມໃຫ້ປອດໃສສະອາດ, ທຳຄວາມງາມຢູ່ບັນດາສຸສານ, ອະນຸສາວະລີ ແລະອື່ນໆ. ບັນດາການເຄື່ອນໄຫວດັ່ງກ່າວແມ່ນໄດ້ປະຕິບັດໃນພາບດຽວຢູ່ທຸກແຫ່ງໃນທົ່ວປະເທດ, ສືບຕໍ່ສ້າງກາລະໂອກາດໃຫ້ໄວຫນຸ່ມຢັ້ງຢືນ ຄວາມຕັດສິນໃຈ, ຈິດໃຈຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈໃນການກໍ່ສ້າງຊົນນະບົດໃຫມ່, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືຮັບການປ່ຽນແປງຂອງດິນຟ້າອາກາດ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top