• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ວັກ​ຊິນ​ກັນ​ໂຄວິດ - 19 ກ່​ວາ 30 ລ້ານ​ໂດ​ສ​ ຈະມາ​ຮອດ ຫວຽດ​ນາມ ໃນ​ເດືອ​ນ​ກັນ​ຍາ ແລະ ເດືອ​ນ​ຕຸ​ລາ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານ ເຈິ່ນວັນທ່ວນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ແຜນນະໂຍບາຍຂອງ ນາຍົກລັດຖະມົນຕີ ແລະ ກະຊວງສາທາລະນະສຸກ ແມ່ນຄົ້ນຄ້ວາວັກຊິນໂດຍໄວ, ເຂັ້ມງວດ, ມີຄວາມປອດໄພ ແລະ ມີປະສິດທິຜົນ. ປັດຈຸບັນ, ວັກຊິນກັນໂຄວິດ - 19 Nano Covac ພວມປະຕິບັດໄລຍະທີ 3.
ທ່ານ ເຈິ່ນວັນທ່ວນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ການຖະແຫຼງຂ່າວ

ຕອນບ່າຍວັນທີ 6 ກັນຍາ, ທີ່ການຖະແຫຼງຂ່າວປະຈຳເດືອນ ສິງຫາຂອງ ລັດຖະບານ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ຍາມໃດຈະສຳເລັດການທົດລອງສັກວັກຊິນກັນໂຄວິດ - 19 Nano Covac, ທ່ານ ເຈິ່ນວັນທ່ວນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ແຜນນະໂຍບາຍຂອງ ນາຍົກລັດຖະມົນຕີ ແລະ ກະຊວງສາທາລະນະສຸກ ແມ່ນຄົ້ນຄ້ວາວັກຊິນໂດຍໄວ, ເຂັ້ມງວດ, ມີຄວາມປອດໄພ ແລະ ມີປະສິດທິຜົນ. ປັດຈຸບັນ, ວັກຊິນກັນໂຄວິດ - 19 Nano Covac ພວມປະຕິບັດໄລຍະທີ 3. ທ່ານ ທ່ວນໃຫ້ຮູ້ວ່າ:

ປັດຈຸບັນ, ຫວຽດນາມ ພວມທົດລອງການສັກ ວັກຊິນ 3 ຊະນິດນັ້ນແມ່ນ: Nanocovax, Covivac ແລະ ARCT-154 ຄາດວ່າ ປີນີ້, ວັກຊິນ 3 ຊະນິດນີ້ ອາດຈະໄດ້ຮັບການປະຕິບັດສຳເລັດ. ຕົ້ນປີ 2022 ພວເຮົາຈະມີຄວາມເປັນເຈົ້າການແຫຼ່ງວັກຊິນພາຍໃນປະເທດ. ສຳລັບເລື່ອງນຳເຂົ້າວັກຊິນ, ດ້ວຍການຊີ້ນຳຢ່າງຂ້ຽວຂາດຂອງ ນາຍົກລັດຖະມົນຕີ, ຈຳນວນວັກຊິນຈະມາເຖິງ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ, ຄາດວ່າໃນ ເດືອນ ກັນຍາ ແລະ ເດືອນ ຕຸລາ ມີວັກຊິນປະມານ 30 ລ້ານໂດສ ຫຼື ຫຼາຍກ່ວາຈະມາຮອດ ຫວຽດນາມ.

ກ່ຽວກັບໝາກຜົນເບື້ອງຕົ້ນຂອງການຈັດສົ່ງກຳລັງທະຫານ, ຕຳຫຼວດ ໄປໜູນຊ່ວຍນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ເພື່ອປ້ອງກັນ, ຕ້ານໂລກລະບາດ, ທ່ານພົນຕີ ໂຕເອິນໂຊ, ຫົວໜ້າຫ້ອງວ່າການ, ໂຄສົກກະຊວງຕຳຫຼວດ ໄດ້ເນັ້ນໜັກວ່າ ການມີໜ້າຂອງທະຫານ, ຕຳຫລວດແມ່ນມີຄວາມຈຳເປັນທີ່ສຸດ ໃນສະພາບການໂລກລະບາດຜັນແປສັບສົນຮ້າຍແຮງຄືປັດຈຸບັນ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top