• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ພະ​ນັກ​ງານຄະ​ນະ​ຊາວ​ໜຸ່ມດີ​ເດັ່ນ 100 ຄົນ​ໄດ້​ຮັ​ບ​ລາງວັນ ລີ​ຕື້​ຈ້ອງ​ປີ 2023

ພະນັກງານຄະນະຊາວໜຸ່ມດີເດັ່ນ 100 ຄົນ ໄດ້ຮັບລາງວັນລີຕື້ຈ້ອງແມ່ນບັນດາພະນັກງານຊາວໜຸ່ມຂັ້ນຮາກຖານທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ອອກແຮງງານ, ໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາລະຊົນອະນຸຊົນ.
  ລາຍການສະເຫຼີມສະຫຼອງ ແລະ ມອບລາງວັນລີຕື້ຈ້ອງ ປີ 2023 ໃຫ້ແກ່ພະນັກງານຄະນະຊາວໜຸ່ມດີເດັ່ນ 100 ຄົນ (ພາບ: TTXVN)  

ໂດຍສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມ ກອມມູນິດ ຫວຽດນາມ (ຄືວັນທີ 26 ມີນາ 1931 – 26 ມີນາ 2023), ຕອນຄ່ຳວັນທີ 22 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມໄດ້ຈັດຕັ້ງລາຍການສະເຫຼີມສະຫຼອງ ແລະ ມອບລາງວັນລີຕື້ຈ້ອງ ປີ 2023 ໃຫ້ແກ່ພະນັກງານຄະນະຊາວໜຸ່ມດີເດັ່ນ 100 ຄົນໃນທົ່ວປະເທດ.

ພະນັກງານຄະນະຊາວໜຸ່ມດີເດັ່ນ 100 ຄົນ ໄດ້ຮັບລາງວັນລີຕື້ຈ້ອງແມ່ນບັນດາພະນັກງານຊາວໜຸ່ມຂັ້ນຮາກຖານທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ອອກແຮງງານ, ໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາລະຊົນອະນຸຊົນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນໃຫ້ຮູ້ວ່າ:

ມີການປ່ຽນແປງໃໝ່ຢ່າງເປັນປະຈຳ ແລະ ຍົກລະດັດຄຸນນະພາບ, ປະສິດທິຜົນ, ເນື້ອໃນ, ວິທີການເຄື່ອນໄຫວຂອງຄະນະຊາວໜຸ່ມໃຫ້ຫຼາຍກ່ວາອີກ, ເສີມຂະຫຍາຍບົດບາດນຳໜ້າ, ຕະລຸມບອນປະດິດຄິດສ້າງຂອງໄວໜຸ່ມຢ່າງແຮງກ່ວາອີກ, ຕັ້ງໜ້າເຂົ້າຮ່ວມບັນດາບັນຫາຍາກ, ບັນຫາໃໝ່, ເບິ່ງແຍງດູແລການໜູນຊ່ວຍຮ່ວມເດີນທາງພ້ອມກັບຊາວໜຸ່ມບົນເສັ້ນທາງກໍ່ຮ່າງສ້າງຕົວຂອງຊາວໜຸ່ມເປັນຕົ້ນແມ່ນຊາວໜຸ່ມດຳລົງຊີວິດຢູ່ເຂດທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພະນັກງານຄະນະຊາວໜຸ່ມຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ຊາວໜຸ່ມກ່ຽວກັບຄວາມມຸ່ງມາດປາດຖະໜາ, ຈິດໃຈສາມັກຄີ, ການປະຕິບັດລະບຽບວິໄນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top