• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍ​ກິດ​ຈະ​ກຳ​ທີ່​ດຶງ​ດູດ​ໃຈ​ໃນ​ສັບ​ປະ​ດາ​ທ່ອງ​ທ່ຽວ​ກ໋​ວາງ​ຫງາຍ 2025

ຕອນຄ່ຳວັນທີ 11 ເມສາ, ຢູ່ສະໜາມຫຼວງ ຟ້ານວັນດົ່ງ, ແຂວງກ໋ວາງຫງາຍ ໄດ້ໄຂສັບປະດາທ່ອງທ່ຽວ ກ໋ວາງຫງາຍປີ 2025 ຂຶ້ນ.
ການສະແດງສິລະປະຢູ່ພິທີໄຂ

ສັບປະດາທ່ອງທ່ຽວແຂວງກ໋ວາງຫງາຍ 2025 ມີຫົວຂໍ້ “ຄົ້ນຫາກ໋ວາງຫງາຍ - ສະຖານທີ່ທະເລເຕົ້າໂຮມວັດທະນະທຳ” ທີ່ໄດ້ດຳເນີນແຕ່ວັນທີ 11 – 17 ເມສາ ຢູ່ຫຼາຍທ້ອງຖິ່ນ, ດ້ວຍຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນ. ເປີດສາກບັນດາກິດຈະກຳສັບປະດາທ່ອງທ່ຽວແມ່ນການເຄື່ອນໄຫວໂດດຈ້ອງເວີ່ນເວຫາ ທີ່ໄດ້ສະແດງໃນພິທີໄຂ, ງານວາງສະແດງມໍລະດົກວັດທະນະທຳ, ທໍລະນີສາດດ້ວຍຫົວຂໍ້ “ການທ່ອງທ່ຽວກ໋ວາງຫງາຍ - ກຳລັງດຶງດູດຈາກມໍລະດົກ ແລະ ສີສັນ”. ກ່າວຄຳເຫັນໄຂພິທີ, ທ່ານ ຫວໍຟຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຫງາຍ ໃຫ້ຮູ້ວ່າ:

ນີ້ແມ່ນໂອກາດເພື່ອແນະນຳ, ໂຄສະນາຈຸດຄວາມງາມຂອງບ້ານເກີດເມືອງນອນ, ປະເທດຊາດ, ຊາວກ໋ວາງຫງາຍ, ປະກອບສ່ວນກະຕຸກຊຸກຍູ້, ດຶງດູດແຂກທ່ອງທ່ຽວ, ວິສາຫະກິດທ່ອງທ່ຽວເປີດກວ້າງຕະຫຼາດ, ສ້າງບັນດາ tour, ສະຖານທີ່ທ່ອງທ່ຽວໃໝ່, ດຶງດູດນັກລົງທຶນມາຄົ້ນຫາໂອກາດລົງທຶນຢູ່ແຂວງ. ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມເພື່ອພັດທະນາການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top