• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຫຼາຍປະເທດ ຢັ້ງຢືນມີກໍລະນີຕິດເຊື້ອໄວຣັດ SARS – CoV – 2 ຕື່ມອີກ

      ໄລ່ຮອດຕອນເຊົ້າວັນທີ 04 ມີນາ, ຈໍານວນຜູ້ຕິດເຊື້ອໄວຣັດ SARS – CoV – 2 ຢູ່ ຍີ່ປຸ່ນ ໄດ້ຂຶ້ນເຖິງ 1000 ຄົນ ແລະ ມີຜູ້ເສຍຊີວິດຍ້ອນເຊື້ອໄວຣັດດັ່ງກ່າວ ແມ່ນ 12 ຄົນ. ເພື່ອສະກັດກັ້ນການແຜ່ລະບາດຂອງ Covid - 19, ລັດຖະບານ ຍີ່ປຸ່ນ ພວມພິຈາລະນາເລື່ອງໃຊ້ງົບປະມານສໍາຮອງທັງໝົດຂອງປີ 2019 ເພື່ອຮັບໃຊ້ບັນດາມາດຕະການຮັບມືໃໝ່.

(ພາບປະກອບ: TTXVN)
      ໃນວັນດຽວກັນ, ວົງການເຈົ້າໜ້າທີ່ ສ.ເກົາຫຼີ ຢັ້ງຢືນວ່າ ມີກໍລະນີ ຕິດເຊື້ອໄວຣັດດັ່ງກ່າວຕື່ມອີກ 516 ຄົນ ແລະ ມີອີກ 6 ຄົນເສຍຊີວິດ, ເຊິ່ງໄດ້ຍົກຍອດຈໍານວນຜູ້ຕິດໂລກພະຍາດດັ່ງກ່າວຢູ່ປະເທດນີ້ຂຶ້ນເຖິງເກືອບ 5330 ກໍລະນີ ແລະ 34 ຄົນ ເສຍຊີວິດ.
        ວັນທີ 03 ມີນາ, ວົງການເຈົ້າໜ້າທີ່ຂອງ ແອັດສະປາຍ ກໍແຈ້ງໃຫ້ຊາບກ່ຽວກັບກໍລະນີເສຍຊີວິດທໍາອິດຢູ່ປະເທດນີ້ ຍ້ອນຕິດໂລກພະຍາດ Covid – 19. ໃນວັນດຽວກັນ, ຈີເລ ກໍໄດ້ກວດພົບກໍລະນີຕິດເຊື້ອໄວຣັດ SARS – CoV – 2 ຄົນທໍາອິດຢູ່ນະຄອນແຫ່ງໜຶ່ງທາງພາກກາງ Talca.
        ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກ ອາກຊັງຕີນ ກໍຢັ້ງຢືນມີກໍລະນິຕິດເຊື້ອໄວຣັດດັ່ງກ່າວຄົນທໍາອິດຢູ່ປະເທດນີ້, ໃນຂະນະນັ້ນ  ເອກວາດໍ ກໍແຈ້ງໃຫ້ຊາບວ່າ ເຂົາເຈົ້າມີກໍລະນີຕິດເຊື້ອໄວຣັດດັ່່ງກ່າວເປັນຄົນທີ 7 ແລ້ວ. ໄລ່ມາຮອດປັດຈຸບັນ, ບັນດາປະເທດ ອາເມລິກາ ລາຕິນ ທີ່ມີກໍລະນີຕິດໂລກພະຍາດ Covid – 19 ລວມມີ ບຣາຊີນ, ອາກຊັງຕີນ, ຈີເລ, ເອກວາດໍ, ເມັກຊີໂກ ແລະ ສ. ໂດມີນີກັນ.
        ກໍໃນວັນທີ 3 ມີນາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ອີຣານ Alireza Raisi ໄດ້ແຈ້ງໃຫ້ຊາບວ່າ ມີກໍລະນີຕິດໂລກພະຍາດ Covid – 19 835 ຄົນ ຕື່ມອີກ ແລະ ຈໍານວນຜູ້ເສຍຊີວິດຍ້ອນໂລກພະຍາດດັ່ງກ່າວ ໄດ້ຂຶ້ນເຖິງ 77 ກໍລະນີແລ້ວ, ປັດຈຸບັນ ອີຣານ ກໍແມ່ນປະເທດມີຈໍານວນຜູ້ເສຍຊີວິດສູງທີ່ສຸດ ນອກຈາກປະເທດ ຈີນ.
        ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດ Covid – 19, ວັນທີ 3 ມີນາ, ຫຼາຍປະເທດໃນໂລກ ໄດ້ວາງອອກມາດຕະການໃໝ່ຢ່າງຕໍ່ເນື່ອງ ເພື່ອສະກັດກັ້ນການແຜ່ລະບາດ ກໍຄື ຊອກຫາວິທີໜູນຊ່ວຍບັນດາສູນສາທາລະນະສຸກ, ວິສາຫະກິດພາຍໃນປະເທດ ໃນໄລຍະທີ່ຫຍຸ້ງຍາກນີ້.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top