• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ

ຕອນຄ່ຳວັນທີ 24 ກໍລະກົດ ວັກຊິນໂມເດນາ ກັນໂຄວິດ - 19 ກວ່າ 3.000.000 ໂດຣ ໂດຍລັດຖະບານອາເມລິການໄດ້ຊ່ວຍໜູນຜ່ານກົນໄກ ໂກວັກ  ໄດ້ສົ່ງມາຮອດຫວຽດນາມ.
 
ວັກຊີນກັນໂຄວິດ - 19 ຕື່ມອີກ 3.ລ້ານ ໂດຣ ໄດ້ສົ່ງຮອດຫວຽດນາມ

ຫຼັງຈາກນັ້ນ ວັກຊີນເກືອບ 1.500.000 ໂດຣ ໄດ້ສົ່ງໄປຍັງນະຄອນໂຮ່ຈີມິນ ແລະ ກວ່າ 1.500.000 ໂດຣທີ່ຍັງເຫຼືອສົ່ງຮອດຮ່າໂນ້ຍເມື່ອວັນທີ 25 ກໍລະກົດ. ນີ້ແມ່ນວັກຊີນ ໂມເດນາ ງວດທີສອງໄດ້ສົ່ງມາຮອດຫວຽດນາມໃນເດືອນກໍລະກົດ ປີ 2021, ອັນໄດ້ຍົກຍອດປະລິມານວັກຊີນໂດຍລັດຖະບານ ອາເມລິກາຊ່ວຍໜູນໃຫ້ແກ່ ຫວຽດນາມຜ່ານກົນໄກ ໂກວັກໄດ້ຂຶ້ນເຖິງ 5.000.000 ໂດຣ. ມາຮອດປັດຈຸບັນຫວຽດນາມໄດ້ຮັບວັກຊີນກັນໂຄວິດ - 19 ເກືອບ 7,5 ລ້ານໂດຣ ຈາກກົນໄກໂກວັກ ແລະຫວຽດນາມໄດ້ປະຕິບັດການສັກຢາຊີນເກືອບ 4,5 ລ້ານໂດຣ ໃຫ້ແກ່ປະຊາຊົນ ໃນນັ້ນ 350.000 ຄົນໄດ້ສັກເຂັມທີສອງແລ້ວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top