
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ (ພາບ: TTXVN)
ທີ່ການໂອ້ລົມທາງໂທລະສັບ, ທ່ານ ສິຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເນັ້ນໜັກວ່າ ພັກ, ລັດ ຈີນ ຖືການພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ເປັນສຳຄັນທີ່ສຸດ, ທ່ານຢັ້ງຢືນວ່າ ຈີນ ຈະສືບຕໍ່ຕັ້ງໜ້າສະໜັບສະໜູນ ຫວຽດນາມ ປະຕິບັດໜ້າທີ່ກຳມະການບໍ່ປະຈຳການ ຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປະທານ ໝູນວຽນ ອາຊຽນ ປີ 2020 ໃຫ້ສຳເລັດເປັນຢ່າງດີ. ພ້ອມທັງສະແດງວຄວາມພ້ອມກັບການນຳຂັ້ນສູງ ຫວຽດນາມ ເພີ່ມທະວີການແລກປ່ຽນຍຸດທະສາດ, ຍູ້ແຮງການຮ່ວມມືແທດຈິງ ແລະ ມີປະສິດທິຜົນ ລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ໃຫ້ຫຼາຍກ່ວາອີກ, ນຳການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ ຈີນ - ຫວຽດນາມ ພັດທະນານັບມື້ນັບເລິກເຊິ່ງກ້ວາງຂວາງ, ນຳເອົາຜົນປະໂຫຍດ ອັນແທດຈິງ ມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ສ່ວນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ໃນຕະຫຼອດໄລຍະ 70 ປີທີ່ຜ່ານມາ, ການພົວພັນ ລະຫວ່າງ ຫວຽດນາມ - ຈີນ ເຖິງວ່າຜ່ານການເວລາມາໄດ້ຫຼາຍປີແລ້ວ ກໍ່ຕາມ ແຕ່ຍາມໃດ ນ້ຳໃຈໄມຕິຈິດມິດຕະພາບ ແລະ ການຮ່ວມມືຍາມໃດກໍ່ແມ່ນບັນຫາສຳຄັນຕົ້ນຕໍ. ທ່ານ ຫງວຽນຝູຈ້ອງ, ຖືວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສອງຝ່າຍໄດ້ດຳເນີນຫຼາຍການເຄື່ອນໄຫວແລກປ່ຽນ ດ້ວຍຫຼາຍຮູບການ ທີ່ມີໄຫວພິບ, ບັນລຸໄດ້ໝາກຜົນທີ່ດີ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ຈີນ. ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ແກ້ໄຂບັນດາບັນຫາຍັງຄົງຄ້າງ, ພິເສດແມ່ນບັນຫາຢູ່ທະເລ, ຕາມເນື້ອໃນຈິດໃຈຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ, ສອງລັດ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາຂອງແຕ່ລະພັກ, ແຕ່ລະປະເທດລັດ.
(ແຫຼ່ງຄັດຈາກ VOV)